(ທ່ານ ຫງວຽນຊວັນທັງ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ກ່າວຄຳເຫັນທີ່ພິທີມອບລາງວັນ)

ຕອນຄ່ຳວັນທີ 22 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນເສັງວິເຄາະການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີ 5 ປີ 2025. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມ ແລະ ມອບລາງວັນການເສັງ.

ທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ມອບລາງວັນ A 12, ລາງວັນ B 23 ລາງວັນ, ລາງວັນ C 36 ລາງວັນ, ລາງວັນຊົມເຊີຍ 66 ລາງວັນໃຫ້ແກ່ບຸກຄົນ. ໃນຈຳນວນນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ ລາງວັນ A 1 ລາງວັນ ແລະ ລາງວັນ C 1 ລາງວັນ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ຫົວໜ້າຄະນະຊີ້ນຳການເສັງ, ໃຫ້ຮູ້ວ່າ ການເສັງນີ້ນັບມື້ນັບມີຄວາມດຶງດູດ, ສະແດງອອກຜ່ານເລື່ອງ ມີເກືອບ 542.000 ບົດສົ່ງເຂົ້າຮ່ວມການເສັງ, ເພີ່ມຂຶ້ນ 73.000 ບົດເມື່ອທຽບໃສ່ປີ 2024. ທ່ານ ຫງວຽນຊວັນທັງ ຕີລາຄາວ່າ:

“ມີຫຼາຍບົດຂຽນສະເໜີມາດຕະການປ່ຽນແປງໃໝ່ເນື້ອໃນ, ແບບວິທີປົກປ້ອງພື້ນຖານແນວຄິດຂອງພັກ ໃນສັງກາດດີຈີຕອນ, ມີລັກສະນະໝູນໃຊ້ສູງໃນພື້ນຖານດີຈີຕອນ. ຜົນສຳເລັດຂອງການເສັງຄັ້ງປີນີ້ ແລະ ພາຍຫຼັງການຈັດຂຶ້ນ 5 ປີນັ້ນ ແມ່ນບ່ວນອີງສຳຄັນເພື່ອສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ເນື້ອໃນ, ແບບວິທີການປົກປ້ອງພື້ນຖານແນວຄິດຂອງພັກໃນສັງກາດພັດທະນາໃໝ່ຂອງຊາດ”.