ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈຽນ ກ່າວຄຳເຫັນທີ່ພິທີ (ພາບ: ຄະນະຈັດຕັ້ງ)
|
ທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈຽນ ແລະ ທ່ານເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມ ຄອມມູນິດ ໂຮ່ຈີມິນ ບຸ່ຍກວາງຮຸຍ ໄດ້ມອບລາງວັນຊົມເຊີຍ 3 ລາງວັນ, ລາງວັນທີສາມ 3 ລາງວັນ, ລາງວັນທີສອງ 2 ລາງວັນ ແລະ ລາງວັນທີໜຶ່ງ 1 ລາງວັນ ໃຫ້ແກ່ບັນດາບຸກຄົນດີເດັ່ນ.
ລາງວັນທີໜຶ່ງ ໄດ້ແກ່ໂຄງການພັດທະນາຂະແໜງເກື່ອແບບຍືນຍົງ ດ້ວຍເຕັກໂນໂລຢີ NanoSalt ຂອງຊາວໜຸ່ມ ນາງ ເຈິ່ນທິຮົ່ງຖຳ (ເມືອງກວິ່ງລຶວ, ແຂວງ ເງະອານ).
ເມື່ອຍ້ອງຍໍຊົມເຊີຍບັນດາຊາວໜຸ່ມດີເດັ່ນທີ່ໄດ້ຮັບລາງວັນ ເລືອງດິ່ງກົວ ຄັ້ງທີ XIX, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ ນີ້ແມ່ນແບບຢາງຊາວໜຸ່ມທີ່ເປັນເຈົ້າການ, ປະດິດຄິດສ້າງ, ມານະພະຍາຍາມບືນຕົວຂຶ້ນສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ, ຄອບຄົວ ແລະ ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈຽນ ເນັ້ນໜັກວ່າ ການຈັດຕັ້ງພັກ, ສະມາຄົມ ຕ້ອງຮ່ວມເດີນທາງພ້ອມກັບສະມາຊິກຊາວໜຸ່ມ, ຊາວໜຸ່ມ ນັບແຕ່ຂອດຈິນຕະນາການ, ຫຼໍ່ລ້ຽງແນວຄິດ; ສ້າງ ແລະ ປະຕິບັດຮູບແບບ, ໂຄງການຜະລິດດຳເນີນທຸລະກິດ; ສຳຜັດກັບຕະຫຼາດ, ເຂົ້າຮ່ວມລະບົບສະໜອງຜະລິດຕະພັນ; ເຮັດວຽກງານຍ້ອງຍໍຊົມເຊີຍໃຫ້ເປັນຢ່າງດີ, ທະວີຄູນບັນດາຮູບແບບທີ່ດີ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ສົ່ງເສີມຊາວໜຸ່ມ, ຊາວໜຸ່ມເຂົ້າຮ່ວມຂົງເຂດຜະລິດດຳເນີນທຸລະກິດໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນຂົງເຂດກະສິກຳ ແລະ ພັດທະນາເສດຖະກິດເຂດຊົນນະບົດ.
ງອກແອັງ

