ເຫດການຫຼັກຊອງວັນໄຊຊະນະແມ່ນການເດີນສວນສະໜາມກ້ອນກຳລັງ ຢູ່ຈັດຕູລັດແດງ ທີ່ໄດ້ດຳເນີນຕອນເວລາ 10 ໂມງ (ຕາມເວລາມົດສະກູ). ລັດເຊຍໄດ້ເຊື້ອເຊີນການນຳທີ່ມາຈາກ 29 ປະເທດເຂົ້າຮ່ວມເຫດການນີ້. ໃນຈຳນວນບັນດາການນຳເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro, ທ່ານປະທານາທິບໍດີ ເອຢິບ Abdel Fattah el-Sisi... ກ່ອນໜ້ານັ້ນ, ໃນວັນທີ 8 ພຶດສະພາ, ພິທີສະເຫຼີມສະຫຼອງເຫດການນີ້ກໍ່ໄດ້ຈັດຂຶ້ນຢູ່ຫຼາຍປະເທດ ຄືຢູ່ Tajikistan, Kazakhstan, Angola, Venezuela, Liban, Iraq…