ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo (ພາບ: VOV)

ຕອນບ່າຍວັນທີ 18 ຕຸລາ, ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໃນໂອກາດມານະຄອນ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ທີ່ການຕ້ອນຮັບ, ທ່ານ ຫວໍວັນມິງ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ຫາກໍ່ໂຮມແຂວງ ບິ່ງເຢືອງ ແລະ ແຂວງບ່າເຣ້ຍ - ຫວູງເຕົ້າເຂົ້າເປັນ “ມະຫາຕົວເມືອງ” ດ້ວຍຂອບຂະໜາດປະຊາກອນກ່ວາ 14 ລ້ານຄົນ ແລະ ເນື້ອທີ່ກວ່າ 6.700 ຕາລາງກີໂລແມັດ. ນະຄອນ ພວມມານະພະຍາຍາມເສີມຂະຫຍາຍບັນດາທ່າໄດ້ປຽບເພື່ອພັດທະນາຢູ່ບັນດາຂົງເຂດ. ພິເສດ, ນະຄອນໂຮ່ຈີມິນ ພວມຊຸກຍູ້ການສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ.

ສ່ວນທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໃຫ້ຮູ້ວ່າ ຮຸງກາຣີຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ຊອກຫາໂອກາດມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ, ທ່ານປາດຖະໜາຢາກ ນະຄອນ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮຸງກາຣີ ມາຮ່ວມມື, ດຳເນີນທຸລະກິດ ແລະ ເພີ່ມທະວີການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຈອງ ຮຸງກາຣີ.