ກ່ອນທີ່ຈະເດີນທາງໄປຍັງ ອິດສະລາແອັນ, ວັນທີ 22 ຕຸລາ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່າວເຕືອນວ່າ ເລື່ອງສະພາແຫ່ງຊາດ ອິດສະລາແອັນ ຊຸກຍູ້ແຜນການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າ ອາດສາມາດນາບຂູ່ເຖິງແຜນການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ແນໃສ່ຢຸດຕິການປະທະກັນລະຫວ່າງ ອິດສະລາແອັນ ແລະ ຮາມາດສຢູ່ ເຂດກາຊາ. ຕາມທ່ານລັດຖະມົນຕີ Rubio ແລ້ວ, ທ່ານປະທານາທບິດີ Trump ໄດ້ຊີ້ແຈ້ງວ່າ ປັດຈຸບັນ ວໍຊິງຕັນ ບໍ່ສາມາດສະໜັບສະໜູນໃຫ້ແກ່ການກະທຳນີ້ຂອງສະພາແຫ່ງຊາດ ອິດສະລາແອັນ. ອາຣັບບິ ຊາອຸດິ ກໍ່ອອກສຽງຕຳໜິຕິຕຽນ ການປ່ອນບັດເບື້ອງຕົ້ນຂອງສະພາແຫ່ງຊາດ ອິດສະລາແອັນ ສະໜັບສະໜູນຮ່າງກົດໝາຍສອງສະບັບກ່ຽວກັບການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າ, ຖືວ່ານີ້ແມ່ນການກະທຳເພື່ອແນໃສ່ “ຫັນອະທິປະໄຕຂອງອິດສະລາແອັນ ຕໍ່ກັບບັນດາເຂດຕັ້ງຖິ່ນຖານຄົງທີ່ ໃຫ້ເປັນທາງການ”. ຖະແຫຼງການຂອງກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ໄດ້ຢັ້ງຢືນຄືນການສະໜັບສະໜູນຕໍ່ກັບສິດຊອບທຳ ແລະ ປະຫວັດສາດຂອງ ຊາວປາແລັດສະຕິນ ໃນການສ້າງຕັ້ງລັດເອກະລາດ ຕາມເສັ້ນຊາຍແດນ ປີ 1967, ໂດຍ Jerusalem ຕາເວັນອອກ ແມ່ນນະຄອນຫຼວງ, ສອດຄ່ອງກັບບັນດາມະຕິສາກົນທີ່ກ່ຽວຂ້ອງ.