ການນຳຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ສະຖານທູດ ຫວຽດນາມ ປະຈຳ ລາວ |
ຕາມຄະນະຈັດຕັ້ງພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 24 ພຶດສະພາ, ມີ 655 ຄະນະ (ປະມານ 9.300 ຄົນ) ໄດ້ມາໄຫວ້ອາໄລ, ຝາກພວງມາລາ, ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວອະດີດປະທານປະເທດ ເຈິ່ນດຶກເລືອງ.
ລະອຽດ, ແຕ່ 7 ໂມງຫາ 17 ໂມງຂອງວັນທີ 24 ພຶດສະພາ, ມີ 655 ຄະນະຜູ້ແທນເປັນການນຳພັກ, ລັດ, ຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນ, ກົມກອງ, ບັນດາກຳລັງປະກອບອາວຸດປະຊາຊົນ, ບັນດາຄະນະທຸຕານຸທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ພໍ່ແມ່ພີ່ນ້ອງໄດ້ເຂົ້າໄຫວ້ອາໄລ, ຝາກພວງມາລາ, ແບ່ງເບົາຄວາມເສົ້າສະຫຼົດໃຈພ້ອມກັບຄອບຄົວອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ຫໍຈັດງານສົບລະດັບຊາດແຫ່ງຊາດ, ທີ່ຮ່າໂນ້ຍ, ສະໂມສອນຖົງເຍິກ, ນະຄອນ ໂຮ່ຈີມິນ ແລະ ສະໂມສອນ T50, ກອງບັນຊາການທະຫານ ແຂວງ ກວາງງາຍ, ບ້ານເກີດເມືອງນອນຂອງເພິ່ນ.
ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ສະຖານທູດ ຫວຽດນາມ ປະຈຳ ໄທ (ພາບ: VOV) |
ວັນທີ 24 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຈີນ, ລາວ, ໄທ, ມົດສະກູ, ອີນເດຍ, ອັງກິດ, ສ.ເຊັກໂກ, ອົດສະຕາລີ, ຍີ່ປຸ່ນ.... ລ້ວນແຕ່ໄດ້ຈັດພິທີໄຫວ້ອາໄລ ແລະ ເປີດການຂຽນຄວາມຮູ້ສຶກອາໄລຫາທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຕາມພິທີລະດັບຊາດ. ມີເພື່ອນມິດສາກົນ, ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ບັນດາປະເທດດັ່ງກ່າວໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.


