ໃນຂອບເຂດບັນດາການເຄື່ອນໄຫວຂອງວັນບຸນວິສາຂະບູຊາສະຫະປະຊາຊາດ (Vesak 2025), ຕອນຄ່ຳວັນທີ 08 ພຶດສະພາ, ຢູ່ເຂດທ່ອງທ່ຽວແຫ່ງຊາດພູ ບ່າແດນ, ແຂວງ ໄຕນິງ, ຄະນະຜູ້ແທນ Vesak 2025 ລວມມີຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດກວ່າ 2.000 ຄົນ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນນັບພັນຄົນເຂົ້າຮ່ວມພິທີໃຕ້ທູບທຽນພາວະນາຂໍໃຫ້ໂລກມີສັນຕິພາບ ແລະ ປະຕິບັດພິທີຕັ້ງສາລິ (ອັດຖິ) ພະພຸດທະເຈົ້າ ທິກກາເມົານີ ດ້ວຍຄວາມເຄົາລົບນັບຖື.

ກ່າວຄຳເຫັນຢູ່ທີ່ນີ້, ພະມະຫາອາຈານ ທິກແທັງຍ້ຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ, ເນັ້ນໜັກວ່າ:

“ພິທີມື້ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວເຫຼື້ອມໃສເຊື່ອຖືມີທີ່ລັກສະນະສັນຍາລັກເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຂອງຄວາມເມດຕາປານີ, ແມ່ນຄຳພາວະນາມາຈາກຫົວໃຈຂອງປະຊາຊົນນັບລ້ານຄົນທີ່ຢາກໃຫ້ໂລກບໍ່ຕ້ອງມີສົງຄາມ, ຄວາມຄຽດແຄ້ນ. ທຽນແຕ່ລະເຫຼັ້ມໄດ້ໃຕ້ຮຸ່ງແຈ້ງໃນຕອນຄ່ຳມື້ນີ້ແມ່ນແປວໄຟຂອງຄວາມຄາດຫວັງ, ຂອງນ້ຳໃຈເມດຕາປານີ, ແມ່ນສານຂອງເຈດຕະນາດີ ແລະ ຄວາມສາມັກຄີ”.