ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ໜຶ່ງໃນບັນຈຸດສຸມຂອງໂຄງການດຳເນີນງານໃນອາທິດນີ້ແມ່ນການລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໃນປີ 2024,ໝາກຜົນຂອງການຕ້ອນຮັບພົນລະເຮືອນ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງ ແລະ ຕິດຕາມກວດກາແກ້ໄຂໃບຮ້ອງທຸກຮ້ອງຟ້ອງໂດຍພົນລະເຮືອນ ສົ່ງມາຍັງສະພາແຫ່ງຊາດໃນປີ 2024. ສະພາແຫ່ງຊາດສືບຕໍ່ວຽກງານສ້າງກົດໝາຍ ດ້ວຍຮ່າງ: ກົດໝາຍວ່າດ້ວຍການປັບປຸງ ເພີ່ມເຕີມບາງມາດຕາ ຂອງ ກົດໝາຍວ່າດ້ວຍການໂຄສະນາ, ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອາກອນພາສີຊົມໃຊ້ແບບພິເສດ (ສະບັບປັບປຸງ), ກົດໝາຍວ່າດ້ວຍລາຍຮັບຂອງວິສາຫະກິດ (ສະບັບປັບປຸງ). ສະພາແຫ່ງຊາດກໍ່ຄາດວ່າຈະຮັບຮອງເອົາມະຕິຈຳນວນໜຶ່ງ, ໃນນັ້ນມີມະຕິວ່າດ້ວຍແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງເໜືອໃຕ້, ປັບປຸງການວາງແຜນຜັງການນຳໃຊ້ທີ່ດິນແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050, ປັບປຸງແຜນນະໂຍບາຍລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ລອງແທ່ງ… ພ້ອມກັນນັ້ນ, ສະພາແຫ່ງຊາດຍັງຈະສະຫຼະເວລາເພື່ອປະຕິບັດວຽກງານບຸກຄະລາກອນ.