ການເຮັດວຽກ: TTXVN |
ຕອນບ່າຍວັນທີ 5 ທັນວາ, ຄະນະຊີ້ນຳສູນກາງບັນດາວັນບຸນໃຫຍ່, ເຫດການປະຫວັດສາດສຳຄັນຂອງປະເທດຊາດໃນ 3 ປີ 2023 – 2025 ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຮັດວຽກກັບນະຄອນໂຮ່ຈີມິນ ກ່ຽວກັບວຽກງານກະກຽມຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025).
ທີ່ການເຮັດວຽກ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເນັ້ນໜັກວ່າ ປີ 2025 ແມ່ນປີທີ່ມີຫຼາຍເຫດການປະຫວັດສາດສຳຄັນຂອງປະເທດຊາດ, ໃນນັ້ນມີເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ເຫດການນີ້ສະແດງໃຫ້ເຫັນຄວາມມຸ່ງຫວັງສັນຕິພາບ, ເອກະລາດ, ເສລີພາບ, ເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ສັງຄົມນິຍົມ ແລະ ປັດຈຸບັນ ປະເທດພວມມຸ່ງໄປເຖິງສັງກາດໃໝ່, ສັງກາດບຸກບືນຂອງຊາດ. ກົມການເມືອງ ແລະ ຄະນະເລຂາທິການ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການສູງທີ່ສຸດຕໍ່ວຽກງານຈັດຕັ້ງພິທີສະເຫຼີມສະຫຼອງ, ຕາມນັ້ນແລ້ວ, ພິທີຕ້ອງໄປຕາມທິດປ່ຽນແປງໃໝ່, ດຶງດູດໃຈ, ປອດໄພ, ປະຢັດ, ຮັບໃຊ້ປະຊາຊົນໃຫ້ເປັນຢ່າງດີ.
ໂດຍຮັບເອົາຄຳເຫັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ຢັ້ງຢືນວ່າ ທຸກວຽກງານກ່ຽວຂ້ອງເຖິງເຫດການຕ້ອງປະຕິບັດໃຫ້ສົມກັບຂອບຂະໜາດ, ໃນນັ້ນ ການແຫ່ຂະບວນສວນສະໜາມແມ່ນໜຶ່ງໃນບັນດາວຽກງານສຳຄັນທີ່ສຸດຂອງທັງເຫດການ. ຄາດວ່າ, ຈຳນວນກຳລັງທັງໝົດລະດົມໃຫ້ແກ່ກຸ່ມແຫ່ຂະບວນສວນສະໜາມ ປະມານກ່ວາ 13.000 ຄົນ.

