ພິທີຮັບເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມ ຈາກບັນດາກົມກອງ (ພາບ: congly.vn)

ຕອນບ່າຍວັນທີ 23 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຮັບເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມ ຈາກບັນດາກົມກອງ, ອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນມອບໃຫ້.

ທີ່ພິທີ, ທ່ານນາງ ເຈືອງທິບິກແຮັ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນັບແຕ່ຕົ້ນເດືອນສິງຫາ ຫາວັນທີ 21 ຕຸລາ, ຄະນະຂົນຂວາຍລະດົມການຊ່ວຍເຫຼືອນະຄອນ ໂຮ່ຈີມິນ ໄດ້ຮັບການຊ່ວຍເຫຼືອກວ່າ 13.500 ເທື່ອຄັ້ງ, ດ້ວຍຈຳນວນເງິນ ແລະ ເຄື່ອງຂອງລວມມູນຄ່າກວ່າ 150 ຕື້ດົ່ງ (ປະມານເກືອບ 5,7 ລ້ານ USD).

ກໍໃນຕອນບ່າຍວັນທີ 23 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ຄະນະຂົນຂວາຍລະດົມການຊ່ວຍເຫຼືອຂອງນະຄອນໄດ້ມອບເງິນຊ່ວຍເຫຼືອ ແລະ ເຄື່ອງຂອງຈາກ 32 ກົມກອງ, ວິສາຫະກິດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນລວມມູນຄ່າກວ່າ 6 ຕື້ດົ່ງ.