ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah (ພາບ: VOV) |
ເນື່ອງໃນໂອກາດຢ້ຽມຢາມມາເລເຊຍຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 27 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບ ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສະເໜີ ບຣູໄນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ຮ່ວມມືດຳເນີນທຸລະກິດໃນຂົງເຂດນ້ຳມັນອາຍແກັດ, ເຄມີ, ສະບຽງອາຫານ, ອອກໃບອະນຸຍາດໃຫ້ບັນດາທ່າກຳປັ່ນຫາປາ ຫວຽດນາມ ມີສິດຫາປາ, ສິນໃນນ້ຳຢູ່ເຂດທະເລ ບຣູໄນ, ພ້ອມທັງໜູນຊ່ວຍ ຫວຽດນາມອອກໃບຢັ້ງຢືນ, ຜະລິດສະບຽງອາຫານ Halal.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຕີມໍແລັດສະເຕີ Xanana Gusmao, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມພາກພູມໃຈເມື່ອ ຕີມໍແລັດສະເຕີ ຈະກາຍເປັນສະມາຊິກໃໝ່ຂອງ ອາຊຽນ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ເມື່ອເດືອນຕຸລາຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກ່ຽວກັບການພັດທະນາເສດຖະກິດ ສັງຄົມກັບ ຕີມໍແລັດເຕີ.

