ຕອນບ່າຍວັນທີ 16 ພຶດສະພາ, ທີ່ການຕ້ອນຮັບການນຳ 7 ກຸ່ມບໍລິສັດໃຫຍ່ແຖວໜ້າຂອງໄທ ທີ່ຕິດຕາມທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນະວັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາຍາວນານຂອງບັນດາກຸ່ມບໍລິສັດໃນການລົງທຶນ ແລະ ພັດທະນາບັນດາການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານຍົກອອກເປົ້າໝາຍ ແລະ ຄວາມຕັດສິນໃຈເຕີບໂຕເສດຖະກິດ ຂອງ ຫວຽດນາມໃນປີນີ້ ແລະ ຊຸມປີຕໍ່ໄປ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາກຸ່ມບໍລິສັດ, ທະນາຄານ ຂອງ ໄທສືບຕໍ່ເປີດກວ້າງການເຄື່ອນໄຫວ, ລົງທຶນເຂົ້າບັນດາຂົງເຂດທີ່ອາດຈະເປັນທ່າແຮງ ແລະ ບັນດາຂົງເຂດໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ບັນດາຂະແໜງຫາກໍ່ພົ້ນເດັ່ນຂຶ້ນ, ນຳໃຊ້ເຕັກໂນໂລຢີສູງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະວດກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ, ໃນນັ້ນມີນັກລົງທຶນໄທ ເພື່ອມາເຄື່ອນໄຫວດຳເນີນທຸລະກິດປະສົບຜົນສຳເລັດ, ປະຕິບັດຕາມຂໍ້ກຳນົດຂອງກົດໝາຍ, ປະກອບສ່ວນເຂົ້າໃນການພັດທະນາ, ວັດທະນາຖາວອນຂອງທັງສອງປະເທດ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳ 7 ກຸ່ມບໍລິສັດແຖວໜ້າຂອງ ໄທ
(VOVWORLD) - ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະວດກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ, ໃນນັ້ນມີນັກລົງທຶນໄທ ເພື່ອມາເຄື່ອນໄຫວດຳເນີນທຸລະກິດປະສົບຜົນສຳເລັດ.
