ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV5) |
ຕອນບ່າຍວັນທີ 8 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການເຮັດວຽກກັບ ສະພາໃຫ້ຄຳປຶກສານະໂຍບາຍເພື່ອແນໃສ່ສືບຕໍ່ສ້າງຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍກົນໄກ, ນະໂຍບາຍພິເສດຈຳນວນໜຶ່ງກ່ຽວກັບການພັດທະນາເສດຖະກິດເອກະຊົນໃຫ້ສົມບູນແບບ ເພື່ອຜັນຂະຫຍາຍປະຕິບັດ ມະຕິເລກທີ 68 ຂອງ ກົມການເມືອງ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຫັນມະຕິຂອງກົມການເມືອງໃຫ້ເປັນລະບອບລະບຽບການໂດຍດ່ວນ, ສ້າງມະຕິຂອງສະພາແຫ່ງຊາດເພື່ອຊຸກຍູ້ການພັດທະນາເສດຖະກິດເອກະຊົນໂດຍໄວ ແລະ ຍືນຍົງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ບັນດາກົນໄກ, ນະໂຍບາຍຕ້ອງມີລັກສະນະ “ໄມ້ງັດກະຕຸກຊຸກຍູ້, ເປັນບອນອີງ”, ຕິດແທດສະພາບການ, ເໝາະສົມກັບເງື່ອນໄຂໃນປັດຈຸບັນ, ສ້າງຈິດຕະສາດທີ່ຫ້າວຫັນ, ເສີມຂະຫຍາຍຈິດໃຈໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈໃນການບືນຕົວຂຶ້ນພັດທະນາ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຂຸດຄົ້ນ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ເສີມຂະຫຍາຍນະວັດຕະກຳຢ່າງສຸດຂີດ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ, ພັດທະນາເສດຖະກິດຂອງປະເທດຊາດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
ຕ້ອງສຳຫຼວດກວດຄືນບັນດານະໂຍບາຍຢ່າງລະອຽດເພື່ອເຮັດແນວໃດມີຄວາມເສລີ, ມີຄວາມສະເໝີພາບ, ມີການແກ້ງແຍ້ງກັນຢ່າງປອດໄສໃນການດຳເນີນທຸລະກິດ, ພິເສດແມ່ນມີຄວາມສະເໝີພາບໃນການສຳຜັດກັບແຫຼ່ງທຶນ, ທີ່ດິນ, ຊັບສິນຂອງລັດ; ຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ຊຸກຍູ້ຄວາມເສລີໃນການດຳເນີນທຸລະກິດຢ່ງແຮງໃນການຮ່ວມມືພາກລັດ - ເອກະຊົນ.

