ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VOV) |
ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບກ່ຽວກັບບັນດາມາດຕະການຂອງ ມາເລເຊຍ - ໃນຖານະເປັນປະທານ ອາຊຽນ, ໄດ້ຜັນຂະຫຍາຍໃນການຊຸກຍູ້ແກ້ໄຂບັນດາບັນຫາໃນພາກພື້ນ… ໃນນັ້ນ, ມາເລເຊຍ ໄດ້ດຳເນີນການໂອ້ລົມສົນທະນາກັບບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ, ຊຸກຍູ້ບັນດາຝ່າຍແກ່ຍາວການຢຸດຍິງເພື່ອສຸມໃສ່ການຊ່ວຍເຫຼືອມະນຸດສະທຳພາຍຫຼັງໄພພິບັດ; ແລະ ແລກປ່ຽນກ່ຽວກັບແບບວິທີສຳຜັດລວມຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນກັບບັນດາຄູ່ຮ່ວມມື, ຮັບປະກັນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນ ອາຊຽນຢ່າງແຮງ, ສະໜັບສະໜູນ ແລະ ສົມທົບກັບ ມາເລເຊຍ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ ກໍຄື ຈັດຕັ້ງວຽກງານຂອງກອງປະຊຸມ ອາຊຽນ ທີ່ສຳຄັນໃນໄລຍະຈະມາເຖິງຢ່າງປະສົບຜົນສຳເລັດ
ລ້າຍຮວາ

