ການພົບປະລະຫວ່າງສອງຝ່າຍ

ໃນການພົບປະ, ທ່ານປະທານາທິບໍດີ Sulyok Tamas ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບ 6 ກຸ່ມມາດຕະການຮ່ວມມືຕ້ອງເພີ່ມທະວີ ເພື່ອນຳການພົວພັນ ຫວຽດນາມ ຮຸງກາຣີ ນັບມື້ນັບເຂົ້າສູ່ລວງເລິກ, ລວມມີ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໂດຍຜ່ານການສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ຜ່ານນັ້ນ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ; ເພີ່ມທະວີເສົາຄ້້ຳຮ່ວມມືດ້ານການຄ້າ - ການລົງທຶນໃນການພົວພັນລະຫວ່າງສອງປະເທດ, ຈັດກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໂດຍໄວ, ສູ້ຊົນນຳວົງເງິນການຄ້າບັນລຸ 2 ຕື້ USD; ເພີ່ມທະວີການຮ່ວມມືພັດທະນາລະຫວ່າງສອງປະເທດ, ສະເໜີ ແລະ ຜັນຂະຫຍາຍປະສິດທິຜົນບັນດາໂຄງການນຳໃຊ້ເງິນສິນເຊື່ອບຸລິມະສິດຂອງລັດຖະບານ ຮຸງກາຣີ ສະຫງວນໃຫ້ແກ່ ຫວຽດນາມ; ເພີ່ມທະວີການຮ່ວມມືດ້ານການສຶກສາ; ເພີ່ມທະວີການຮ່ວມມືກ່ຽວກັບແຮງງານ ແລະ ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນປະຊາຊົນ.

ທ່ານປະທານາທິບໍດີ ຮຸງກາຣີ ກໍຢັ້ງຢືນຈະຊຸກຍູ້ບັນດາປະເທດສະຫະພາບເອີຣົບ (EU) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA), ສະໜັບສະໜູນ ແລະ ຊຸກຍູ້ຄະນະກຳມະການເອີຣົບ (EC) ຍົກເລີກ “ບັດຫຼືອງ IUU” ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ໂດຍໄວ.

ລ້າຍຮວາ