ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງຮອດ ກົວລາລຳເບີ (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar ແລະ ພັນລະຍາ, ຕອນຄ່ຳວັນທີ 24 ພຶດສະພາ, ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ເດີນທາງໄປຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ກົວລາ ລຳເບີ, ມາເລເຊຍ.

ນີ້ແມ່ນການຢ້ຽມຢາມ ມາເລເຊຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ພາຍຫຼັງ 10 ປີ ແລະ ແມ່ນການຢ້ຽມຢາມ ມາເລເຊຍ ຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມ ແມ່ນເພື່ອແນໃສ່ແລກປ່ຽນ, ຕົກລົງເປັນເອກະພາບບັນດາການກຳນົດທິດໃຫຍ່, ມາດຕະການລະອຽດເພື່ອຜັນຂະຫຍາຍການພົພວັນຄູ່ຮ່ວມມືຍຸດທະສາດຮອບດ້ານໃໝ່ລະຫວ່າງສອງປະເທດໃນເດືອນ ພະຈິກ ຜ່ານມາ.

ລ້າຍຮວາ