ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ວາຄຳເຫັນທີ່ການເຮັດວຽກ (ພາບ: VOV)

ວັນທີ 19 ພຶດສະພາ, ເມື່ອລົງກວດກາຄວາມຄືບໜ້າໃນການກໍ່ສ້າງສູນຕະຫຼາດນັດ ວາງສະແດງແຫ່ງຊາດຢູ່ ຕາແສງໂກລວາ, ເມືອງດົງແອັງ, ນະຄອນ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກຕ້ອງສ້າງສູນຕະຫຼາດນັດວາງສະແດງລະດັບໂລກ, ພາກພື້ນ ປະກອບສ່ວນຊຸກຍູ້ອຸດສາຫະກຳວັດທະນະທຳ, ອຸດສາຫະກຳລະຫຼິ້ນບັນເທີງ.

ເມື່ອກວດກາຄວາມຄືບໜ້າຂອງໂຄງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ບັນດາຫົວໜ່ວຍໄດ້ປະຕິບັດຕາມບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສູນຕ້ອງປະຕິບັດສຳເລັດໂດບໄວເພື່ອຮັບໃຊ້ “ງານວາງສະແດງຜົນງານຂອງປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ (19/8/1945 - 19/8/2025) ແລະ ວັນຊາດ (2/9/1945 - 2/9/2025), ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໝາກຜົນກ່ຽວກັບວັດທະນະທຳ, ສິລະປະຂອງປະເທດຊາດພາຍຫຼັງ 80 ປີຍາດໄດ້ເອກະລາດ, ກໍ່ຄືສະແດງໃຫ້ເຫັນຖານະບົດບາດໃໝ່ຂອງປະເທດຊາດພາຍຫຼັງຫຼາຍປີປະຕິບັດການປ່ຽນແປງໃໝ່. ທ່ານນາຍົກລັດຖະມົນີ ຊີ້ແຈ້ງວ່າ:

ຕ້ອງສ້າງສູນ ຕະຫຼາດນັດວາງສະແດງລະດັບໂລກ, ພາກພື້ນ. ສະແດງໃຫ້ເຫັນຂອບຂະໜາດແຫ່ງຊາດ, ການເຕີບໃຫຍ່ເຂັ້ມແຂງຂອງປະເທດພາຍຫຼັງການປ່ຽນແປງໃໝ່. ຢູ່ນັ້ນ ມີສະຖານທີ່ສົມກັບມູນເຊື້ອປະຕິວັດທີ່ອົງອາດກ້າຫານຂອງຊາດ ແລະ ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງປະເທດຊາດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ປະກອບສ່ວນຊຸກຍູ້ອຸດສາຫະກຳວັດທະນະທຳ, ອຸດສາຫະກຳລະຫຼິ້ນບັນເທິງ.