ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມ (ພາບ: baoquocte.vn) |
ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ຢູ່ ອາຟະລິກາໃຕ້ ແຕ່ວັນທີ 25 – 27 ພະຈິກ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງຮອງລັດຖະມົນຕີ Anna Thandi Moraka ສະແດງຄວາມປາດຖະໜາ ຢາກເພີ່ມທະວີການແລກປ່ຽນ, ພົບປະລະຫວ່າງສອງປະເທດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ສົມທົບກັນຊຸກຍູ້ສຽງເວົ້າ, ບົດບາດຂອງບັນດາປະເທດທີ່ພວມພັດທະນາໃນບັນດາຂົງເຂດທົ່ວໂລກ.
ສ່ວນທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ຢັ້ງຢືນວ່າ ຫວຽດນາມ ຖືການພັດທະນາການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ ກັບ ອາຟະລິກາໃຕ້ ເປັນສຳຄັນ. ທ່ານນາງ ຫງວຽນມິງຮັ່ງ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການແລກປ່ຽນ, ຕົກລົງບັນດາມາດຕະການເພື່ອສ້າງບາດກ້າວບຸກທະລຸ ແລະ ນຳການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນສູ່ລະດັບສູງໃໝ່.
ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ ໃນການສ້າງໂຄງການແລກປ່ຽນຄະນະຜູ້ແທນຂັ້ນສູງໃນປີ 2025 ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງກຳລັງໜູນໃໝ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນທຸກຂົງເຂດ. ເຫັນດີເປັນເອກະພາບຖືການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ເປັນເສົາຄ້ຳສຳຄັນໃນການພົວພັນສອງປະເທດ.

