ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev ປະທານາບໍດີ ບຸນກາຣີ ຕົກລົງເປັນເອກະພາບຖະແຫຼງຍົກການພົວພັນ ຫວຽດນາມ - ບຸນກາຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ |
ກໍໃນການພົບປະສົນທະນາ, ການນຳສອງທ່ານໄດ້ເປັນເອກະສັນນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳໃຈກາງໃນການພົວພັນຄູ່ຮ່ວມມືຍຸດທະສາດ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນຢ່າງແຮງ ໂດຍຜ່ານການເປີດປະຕູຕະຫຼາດໃຫ້ກັນ; ໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ດ້ວຍເປົ້າໝາຍເພີ່ມວົງເງິນການຄ້າສອງຝ່າຍຂຶ້ນທົບ 2 ເທົ່າໃນຊຸມປີຈະມາເຖິງ. ສອງຝ່າຍພ້ອມແລ້ວທີ່ຈະເປັນ “ປະຕູ” ໃຫ້ແກ່ສິນຄ້າຂອງ ຫວຽດນາມ ແລະ ບຸນກາຣີ ແຊກຊຶມເຂົ້າຕະຫຼາດ ອາຊຽນ ແລະ ອີຢູ. ກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທາງດ້ານການສຶກສາບຳລຸງສ້າງ, ຂົງເຂດຮັກສາສັນຕິພາບ ສປຊ, ຄວາມປອດໄພທາງໄຊເບີ, ເສນາຮັກ...
ກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ການນຳສອງທ່ານໄດ້ແບ່ງປັນຫຼັກໝັ້ນ ແລະ ວິໄສທັດກ່ຽວກັບການແກ້ໄຂບັນດາບັນຫາ ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ.
ໂອກາດນີ້, 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ບຸນກາຣີ.
ວັນຫຽວ

