(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານຢ່າງຈົບງາມ) |
ຕອນຄ່ຳວັນທີ່ 21 ພະຈິກ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Santo Domingo, ປະເທດ ສ.ໂດມີນີກາ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມທາງການ ສ.ໂດມີນີກາ ຢ່າງຈົບງາມ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງກ່າວຄຳເຫັນ) |
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບົດກ່າວປາໄສດ້ວຍຫົວຂໍ້ “ຍົກລະດັບການພົວພັນ ຫວຽດນາມ - ສ.ໂດມີນີກາ ໃຫ້ຂຶ້ນສູ່ລະດັບສູງໃໝ່: ຂົວເຊື່ອມຕໍ່ມິດຕະພາບ, ການຮ່ວມມືລະຫວ່າງ ອາຊີຕາເວັນອອກສ່ຽງໃຕ້ - ອາເມລິກາລາຕິນ”, ຢູ່ສະຖາບັນການສຶກສາຂັ້ນສູງກ່ຽວກັບການບຳລຸງສ້າງດ້ານການທູດ ແລະ ສະຖານກົງສູນ ສ.ໂດມີນີກາ.
ເມື່ອເຕື້ອງເຖິງການພົວພັນລະຫວ່າງ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານກັບ ສ.ໂດມີນີກາ. ທ່ານສະເໜີໃຫ້ 2 ປະເທດສືບຕໍ່ຮັກສາ, ປັບປຸງ, ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງການຮ່ວມມືທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນ; ນຳການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ຫວຽດນາມ ແລະ ສ.ໂດມີນີກາ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ຫຼວງ ເພື່ອໝູນໃຊ້ບັນດາຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນການພົວພັນ 2 ປະເທດ, ມຸ່ງໄປເຖິງຂອບຂະໜາດການພົວພັນຢ່າງໃຫຍ່ຫຼວງກວ່າ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ພັກປະຕິວັດທັນສະໄໝກຳອຳນາດ (PRM). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ PRM ພ້ອມກັບບັນດາພັກການເມືອງໃນສຳພັນທະມິດກຳອຳນາດ ສະໜັບສະໜູນການຜັນຂະຫຍາຍບັນດາທິດທາງ, ມາດຕະການທີ່ 2 ຝ່າຍບັນລຸໄດ້ທີ່ການພົບປະສົນທະນາລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Luis Abinader Corona ໃຫ້ມີປະສິດທິຜົນ, ຜ່ານນັ້ນ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
ຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂດມີນີກາ.


