(ງານບຸນ Diwali)

ຕອນຄ່ຳວັນທີ 23 ພະຈິກ, ຢູ່ ຮ່າໂນ້ຍ, ມີປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວບັນດາປະເທດເກືອບ 1.000 ຄົນ ໄດ້ເຂົ້າຮ່ວມງານບຸນ Diwali (ງານບຸນແສງສະຫວ່າງ). ງານບຸນໂດຍສະຫະສະມາຄົມວິສາຫະກິດ ອິນເດຍ ປະຈຳ ຮ່າໂນ້ຍ ຈັດຂຶ້ນ.

Diwali - ງານບຸນແສງສະຫວ່າງ ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດຂອງຊາວ ອິນເດຍ, ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງໄຊຊະນະຂອງສຸດຈະຫຼິດ ຕໍ່ຄວາມຊົ່ວຮ້າຍ, ແສງສະຫວ່າງ ແລະ ຄວາມມືດມົວ, ໄດ້ວາດພາບຄືນຜ່ານກອນລຳ “Ramayana”. ຕາມປະຕິທິນຝ່າຍຕາເວັນຕົກ, Diwali ເຄີຍຈັດຂຶ້ນໃນເດືອນ ຕຸລາ ແລະ ພະຈິກ ປະຈຳປີ. ເຂົ້າຮ່ວມງານບຸນ Diwali, ປະຊາຊົນໄດ້ຮັບຊົມແສງສີພ້ອມກັບການເຄື່ອນໄຫວທີ່ເຂັ້ມຂຸ້ນໄປດ້ວຍວັດທະນະທຳຂອງ ອິນເດຍ, ຄື: ບັນດາວາດຟ້ອມພື້ນເມືອງຂອງ ອິນເດຍ, ບັນດາເຍື່ອງອາຫານພື້ນເມືອງຂອງຊາວ ອິນເດຍ…