ພິທີລົງນາມລະຫວ່າງສອງຝ່າຍ (ພາບ: baohungyen.vn)

30 ປີຜ່ານມາ, ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດເມື່ອປີ 1992, ການພົວພັນ ຫວຽດນາມ - ສ.ເກົາຫຼີມີບາດກ້າວກະໂດດຂັ້ນຫຼາຍຢ່າງ. ປັດຈຸບັນ, ສ.ເກົາຫຼີພວມຢືນຢູ່ອັນດັບທີ 1ກ່ຽວກັບການລົງທຶນເຂົ້າ ຫວຽດນາມ ດ້ວຍ 10.128 ໂຄງການ, ຍອດທຶນຈົດທະບຽນຂຶ້ນເຖິງກ່ວາ 92 ຕື້ USD. ກົງກັນຂ້າມ, ຫວຽດນາມແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ທີ່ສຸດຂອງ ສ.ເກົາຫຼີຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ກວມເອົາ 30%ການລົງທຶນ ແລະ 50%ຍອດວົງເງິນການຄ້າລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ. ສອງປະເທດພວມມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2025 ແລະ 150 ຕື້ USDໃນປີ 2030 ຕາມທິດດຸ່ນດ່ຽງແລະ ຍືນຍົງ. ສ.ເກົາຫຼີກໍ່ຕັ້ງໜ້າຊຸກຍູ້ການຮ່ວມມືກັບ ຫວຽດນາມໃນບັນດາຂົງເຂດຄື: ອຸດສາຫະກຳເຕັກໂນໂລຢີສູງ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ.