ພາບປະກອບ: Aresna Villanueva |
ວັນທີ 28 ພະຈິກ, ສະພາສູງ ອົດສະຕາລີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຫ້າມເດັກນ້ອຍ ແລະ ເຍົາວະຊົນ ອົດສະຕາລີ ນຳໃຊ້ສື່ສັງຄົມອອນໄລ ນັບແຕ່ທ້າຍປີ 2025. ນີ້ແມ່ນກົດໝາຍສະບັບທຳອິດໃນໂລກ ແລະ ໄດ້ຮັບຮອງເອົາຜ່ານການສະໜັບສະໜູນຂອງທັງ 2 ພັກໃຫຍ່ຢູ່ປະເທດນີ້. ກົດໝາຍຮຽກຮ້ອງໃຫ້ບັນດາພື້ນຖານສື່ສັງຄົມອອນໄລຕ້ອງນຳໃຊ້ບັນດາມາດຕະການເຕັກນິກເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ. ບັນດາພື້ນຖານສື່ສັງຄົມອອນໄລ ມີ 1 ປີເພື່ອກະກຽມສິ່ງນີ້ຈົນຮອດເວລາກົດໝາຍສະບັບນີ້ເລີ່ມມີຜົນບັງຄັບໃຊ້ໃນທ້າຍປີ 2025.
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຢັ້ງຢືນວ່າ ກົດໝາຍສະບັບນີ້ຈະຊ່ວຍປົກປ້ອງເດັກນ້ອຍອອກຈາກຜົນກະທົບຫຍໍ້ທໍ້ໃນສື່ສັງຄົມອອນໄລ ແລະ ຮຽກຮ້ອງບັນດາພື້ນຖານສື່ສັງຄົມອອນໄລຕ້ອງມຄວາມຮັບຜິດຊອບໃນວຽກງານນີ້. ທ່ານໃຫ້ຮູ້ວ່າ:
ປັດຈຸບັນ, ບັນດາ ສື່ສັງຄົມ ຕ້ອງມີຄວາມຮັບຜິດຊອບຖືຄວາມປອດໄພຂອງເດັກນ້ອຍເໜືອກ່ວາສິ່ງໃດໝົດ. ພວກຂ້າພະເຈົ້າຮັບປະກັນວ່າ ໃນຊຸມມື້ຈະມາເຖິງ ຜູ້້້ເປັນພໍ່ແມ່ ຈະໂອ້ລົມກັບລູກຂອງຕົນກ່ຽວກັບບັນຫານີ້. ພວກຂ້າພະເຈົ້າສະໜັບສະໜູນຜູ້ເປັນພໍ່ແມ່ ແລະ ນັ້ນແມ່ນສານຂອງພວກຂ້າພະເຈົ້າ.

