ຊຸດອາພອນໄດ້ສະແດງຢູ່ລາຍການ (ພາບ: ຄະນະຈັດຕັ້ງ) |
ລາຍການ “ຜ້າໄໝທີ່ສວຍງາມ ຮວາລື” ໄດ້ດຳເນີນໃນຕອນຄ່ຳວັນທີ 30 ເມສາ ຢູ່ເຂດທ່ອງທ່ຽວ ຕາມກົກ - ບິກໂດ້ງ, ນະຄອນ ຮວາລື, ແຂວງ ນິງບິ່ງ ເພື່ອແນໃສ່ແຜ່ກະຈາຍພາບພົດຂອງຊຸດອາພອນເກົ່າ ຫວຽດນາມ ໄປເຖິງປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍ. ນີ້ແມ່ນລາຍການສະແດງຊຸດອາພອນເກົ່າທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ນິງບິ່ງ ໂດຍມີການເຂົ້າຮ່ວມຂອງບັນດານັກຄົ້ນຄ້ວາ ແລະ ຜະລິດຊຸດອາພອນເກົ່າ ທີ່ເປັນມືອາຊີບ. ເຫດການໄດ້ນຳຜູ້ຊົມຜ່ານບັນດາໜ້າປະຫວັສາດທີ່ອົງອາດກ້າຫານຂອງຊາດ ເຊິ່ງໄດ້ວາດພາດຜ່ານບັນດາຊຸດອາພອນຂອງແຕ່ລະສະໄໝ. ບໍ່ພຽງແຕ່ແມ່ນການສະແດງ ເຟີຊັນ, ລາຍການຍັງແມ່ນພາບພົດທີ່ມີຊີວິດຊີວາກ່ຽວກັບຄວາມໜາແໜ້ນຂອງວັດທະນະທຳ ແລະ ປະຫວັດສາດຂອງຊາດ ຫວຽດນາມ.

