ໂທລະພາບ SRF ຂອງ ສະວິດ ຫາກໍ່ອອກອາກາດລາຍການສາລະຄະດີກ່ຽວກັບ ຫວຽດນາມ, ໃນນັ້ນ, ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນໄລຍະຜ່ານມາ.
ຕາມ SRF ແລ້ວ, ຫວຽດນາມ ພວມພັດທະນາກາຍເປັນພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ. ຍອດຜະລິດຕະພັນຢູ່ພາຍໃນປະເທດ (GDP) ບັນລຸລະດັບເຕີບໂຕຢ່າງແຮງ 7,2% ໃນປີ 2024. ສະນັ້ນ, ໃນໄລຍະຜ່ານມາ, ລັດຖະບານ ສະວິດ ມີຄວາມເອົາໃຈໃສ່ທີ່ສຸດຕໍ່ການປັບປຸງການພົວພັນຮ່ວມມືກັບ ຫວຽດນາມ. ແລະໃນຕົວຈິງ, ຕະຫຼາດ ຫວຽດນາມ ນັບມື້ນັບມີຄວາມສຳຄັນສຳລັບບັນດາບໍລິສັດຂອງ ສະວິດ.
