ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ງານລ້ຽງ (ພາບ: VOV)

ເຂົ້າຮ່ວມງານລ້ຽງ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງາສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາ. ບັນດາຜູ້ແທນສາກົນ ມີທ່ານ Samdech Techo Hun Sen ປະທາພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ; ທ່ານ Miguel Diaz Canel Bermudez ເລຂາທິການທີ 1, ປະທານປະເທດ ກູບາ; ທ່ານ ຈ້າວເລວຈີ້ ປະທານສະພາປະຊາຊົນແຫ່ງຊາດ ຈີນ; ທ່ານ Igor Sergeenko ປະທານສະພາຕ່ຳ ເບລາຣຸດ; ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ . ລາວ; ທ່ານ Vladimir Vladimirovich Yakushev ຮອງປະທານຜູີທີ 1 ສະພາລະຫວ່າງສະພາແຫ່ງຊາດສະຫະພັນ ລັດເຊຍ...

ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ (ພາບ: VOV)
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍເຈດຈຳນົງ, ຄວາມຄາດຫວັງສ້າງສາປະເທດໝັ້ນຄົງເຂັ້ມແຂງຢ່າງຮ້ອນແຮງ, ພ້ອມດ້ວຍພູມປັນຍາ ແລະ ຄຸນນະທາດອັນກ້າແກ່ນ, ຊາດ ຫວຽດນາມ ຈະສືບຕໍ່ພິຊິດບັນດາຍອດສູງໃໝ່, ຍູ້ແຮງຂະບວນວິວັດແຫ່ງການປ່ຽນແປງໃໝ່, ເປັນເຈົ້າການເຊື່ອມໂຍງ, ປະກາຍແຈ້ງ ແລະ ແຜ່ກະຈາຍແປວໄຟແຫ່ງນ້ຳໃຈໄກ່ເກ່ຍ, ສາມັກຄີ ແລະ ຮ່ວມມືສາກົນ.

ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່, ດ້ວຍຄວາມຕັດສິນໃຈ, ບັນຍາກາໃໝ່, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຊີວິດທີ່ອີ່ມໜຳສຳລານ, ຄວາມເສລີພາບ, ຄວາມຜາສຸກ. ຫວຽດນາມ ຈະສືບຕໍ່ມານະພະຍາຍາມປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດ, ບັນດາຄູ່ຮ່ວມມືໃນໂລກເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພື້ນຖານການເມືອງໂລກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພື້ນຖານອະລິຍະທຳມະນຸດ. ໂດຍເຊື່ອມຊຶຄຳບອກສອນຂອງປະທານ ໂຮ່ຈີມິນ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈປະກອບສ່ວນພ້ອມກັບເພື່ອນມິດສາກົນສ້າງໂລກສັນຕິພາບ, ວັດທະນາຖາວອນ ແລະ ພັທະນາແບບຍືນຍົງ.”