ນາຍທະຫານ 86 ຄົນ ຕາງໜ້າໃນກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການຊຶກຊ້ອມເພື່ອກະກຽມໃຫ້ແກ່ພິທີສວນສະໜາມ (ພາບ: qdvn.vn)

ໃນຊຸມວັນຜ່ານມາ, ນາຍທະຫານ 86 ຄົນ ຕາງໜ້າໃນກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊຶກຊ້ອມເພື່ອກະກຽມໃຫ້ແກ່ພິທີສວນສະໜາມ.

ເຖິງວ່າໄດ້ຜັນຂະຫຍາຍໃນເງື່ອນໄຂເວລາດ່ວນ ແລະ ເງື່ອນໄຂອາກາດມີການປ່ຽນແປງກໍຕາມ, ແຕ່ດ້ວຍຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ບັນດານັກຮົບກອງທັບປະຊາຊົນ ຫວຽດນາມ ໄດ້ຍົກສູງເຈດຈຳນົງຄວາມຕັດສິນໃຈ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຄວາມມານະພະຍາຍາມຝຶກຊ້ອມເພື່ອເຂົ້າຮ່ວມພິທີສວນສະໜາມ ດ້ວຍນ້ຳໃຈ ແລະ ບັນຍາກາດຟົດຟື້ນທີ່ສຸດ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ ຢັ້ງຢືນວ່າ:

“ການເຂົ້າຮ່ວມຂອງກອງທັບປະຊາຊົນ ຫວຽດນາມ ໃນພິທີສວນສະໜາມ ຢູ່ຈັດຕຸລັດແດງ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ກ່ຽວກັບສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດ ໃນຂົງເຂດຮ່ວມມືດ້ານການທະຫານ, ປ້ອງກັນຊາດ. ສິ່ງດັ່ງກ່າວ ກໍສະແດງໃຫ້ເຫັນທັດສະນະ ແລະ ວິທີການສຳຜັດລວມຂອງທັງສອງປະເທດ ກ່ຽວກັບເຫດການສຳຄັນໃນປະຫວັດສາດຂອງແຕ່ລະປະເທດ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ.”

ຖັນແຖວນາຍທະຫານ ຫວຽດນາມ ຕັ້ງໜ້າຝຶກຊ້ອມ (ພາບ: qdnd.vn)

ໄຊຊະນະ ຟາດຊິດ ໃນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່ ເມື່ອປີ 1945 ໄດ້ປ່ຽນແປງໂລກໂດຍພື້ນຖານ, ເປີດໜ້າປະຫວັດສາດໃໝ່, ເປັນຂີດໝາຍແຫ່ງການຊຸດໂຊມຂອງລະບົບລ່າເມືອງຂຶ້ນໃນໂລກ. ໃນໄຊຊະນະນີ້ ມີການປະກອບເລືອດເນື້ອເຫື່ອແຮງຂອງບັນດານັກຮົບອາສາສະໝັກ ຫວຽດນາມ, ຜູ້ທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ໄຊຊະນະຂອງປະຊາຊົນ ອະດີດສະຫະພາບໂຊຫວຽດ ໃນຊຸມປີ 1941 – 1945 ໃນການປ້ອງກັນນະຄອນຫຼວງ ມົດສະກູ.