ໃນຊຸມວັນຜ່ານມາ ທຳນຽບ ດົກເລິບ ຫຼື ທຳນຽບເອກະລາດ ໄດ້ຕ້ອນຮັບແຂກມາຢ້ຽມຊົມເປັນຈຳນວນຫຼາຍ(ພາບ: VOV)
|
ບັນດາສະຖານທີ່ຮ່ອງຮອຍປະຫວັດສາດຄື ທຳນຽບ ດົກເລິບ ຫຼື ທຳນຽບເອກະລາດ, ຫໍພິພິທະພັນພະຍານຫຼັກຖານສົງຄາມ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາເປັນຈຳນວນຫຼາຍ. ທ່ານ ຫວູເຖບິ່ງ ມາຈາກ ຮ່າໂນ້ຍ ພ້ອມດ້ວຍເພື່ອນຮ່ວມກົມກອງໄດ້ມາຢ້ຽມຢາມສະໜາມຮົບເກົ່າ ແລະ ແວ່ຢາມທຳນຽບເອກະລາດ ເພື່ອຖ່າຍຮູບ, ບັນທຶກຄວາມຊົງຈຳ. ທ່ານ ຫວູເຖບິ່ງ ໃຫ້ຮູ້ວ່າ ທ່ານມີຄວາມຕື້ນຕັນໃຈ, ເອກອ້າງທະນົງໃຈ ແລະ ດີໃຈທີ່ສຸດ ເມື່ອນະຄອນ ໂຮ່ຈີມິນ ມີການປ່ຽນແປງ, ພັດທະນາ:
“ນະຄອນໂຮ່ຈີມິນຕ່າງໄປຫຼາຍແລ້ວ, ຊີວິດການເປັນຢູ່ໃນສະໄໝແຕ່ກີ້ແມ່ນລຳບາກຫຼາຍ, ແຕ່ປັດຈຸບັນນີ້ຖືວ່າ ມີຄວາມຜາສຸກແລ້ວ, ປ່ຽນແປງຫຼາຍແລ້ວ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ບໍ່ຮູ້ຈະພັນລະນາແນວໃດ. ຄົນລຸ້ນຫຼັງຈົ່ງພະຍາຍາມປົກປັກຮັກສາປະເທດຊາດ ໃຫ້ເປັນເອກະລາດຕະຫຼອດການ.”

