ທ່ານປະທານາທິບໍດີ Joe Biden ກ່າວປາໄສຢູ່ທຳນຽບຂາວ (ພາບ: Reuters)

ໃນບົດກ່າວປາໄສທີ່ມີຄວາມຍາວ 19 ນາທີ, ທ່ານ Biden ໄດ້ທົບທວນຄືນພາລະກິດການເມືອງເກືອບ 50 ປີຂອງຕົນ, ພ້ອມທັງສະແດງຄວາມຫວັງວ່າ ມໍລະດົກ ເຊິ່ງທ່ານໄດ້ປະໄວ້ນັ້ນ ຈະໄດ້ຮັບການຮັກສາໃນຫຼາຍປີຈະມາເຖິງ. ທ່ານປະທານາທິບໍດີ Joe Biden ໄດ້ເຕື້ອງເຖິງບາງຜົນງານພົວພັນຕ່າງປະເທດໃນອາຍຸການ ແລະ ບັນດາຜົນສຳເລັດໃນນະໂຍບາຍພາຍໃນປະເທດ. ທ່ານປະທານາທິບໍດີ Joe Biden ໄດ້ກ່າວເຕືອນກ່ຽວກັບເສັ້ນທາງ ເຊິ່ງ ອາເມລິກາ ໄດ້ມຸ່ງໄປເຖິງ, ຄວາມສ່ຽງຈະເຊື່ອມຖອຍບັນດາລະບອບລະບຽບການທີ່ໄດ້ຮັກສາໄວ້ໃນຕະຫຼອດ 50 ປີຜ່ານມາ.

ໃນບົດກ່າວປາໄສຂອງຕົນ, ທ່ານ Joe Biden ກໍສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວປອມໃນບັນດາສື່ສັງຄົມອອນໄລ ມີຄວາມສ່ຽງພາໄປເຖິງສະພາວະ “ສວຍໃຊ້ສິດອຳນາດ” ຢູ່ ອາເມລິກາ. ທ່ານກໍຮຽກຮ້ອງໃຫ້ລັດຖະບານ ຕ້ອງບັງຄັບໃຫ້ບັນດາສື່ສັງຄົມອອນໄລ ມີຄວາມຮັບຜິດຊອບຕໍ່ການປົກປ້ອງເດັກ, ຄອບຄົວ ແລະ ພື້ນຖານປະຊາທິປະໄຕ ອາເມລິກາ ຫຼີກລ້ຽງສະພາວະສວຍໃຊ້ສິດ.

ກ່ຽວກັບປັນຍາປະດິດ (AI), ທ່ານ Biden ກໍ່ໄດ້ຕີລາຄາກ່ຽວກັບບັນດາໂອກາດ ແລະ ຄວາມສ່ຽງຂອງເຕັກໂນໂລຢີທີ່ກ້າວໜ້ານີ້.