ປະະທານາທິບໍດີ ສີລັງກາ Anura Kumara Disanayaka ລົງຢ້ຽມຢາມວັດ ບ້າຍດິ້ງ (ພາບ: TTXVN) |
ຢູ່ວັດບ້າຍບິ້ງ, ທ່ານປະທານາທິບໍດີ ສີລັງກາ Anura Kumara Disanayaka ໄດ້ຕັດແຖບຜ້າ ແລະ ຖະຫວາຍທູບທຽນອາໄລຫາ ຢູ່ບໍລິເວນຕົ້ນໂພ, ປູກຕົ້ນໄມ້ເປັນທີ່ລະນຶກຢູ່ສວນຕົ້ນ Sala ແລະ ປະຕິບັດພິທີຖະຫວາຍທູບທຽນ, ບູຊາພະພຸດທະເຈົ້າ.
ທ່ານປະທານາທິດີ ສີລັງກາ Anura Kumara Disanayaka ໄດ້ສະແດງຄວາມຂອບໃຈ ສະມາຄົມພຸດທະສາສະໜາ ຫວຽດນາມ ທີ່ໄດ້ເຊື້ອເຊີນທ່ານ ເຂົ້າຮ່ວມວັນບຸນວິສາຂະບູຊາ ສປຊ Vesak 2025 ຢູ່ ຫວຽດນາມ. ທ່ານປະທານາທິບໍດີ ສີລັງກາ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນອັນຍາວນານລະຫວ່າງສອງປະເທດ, ພິເສດແມ່ນພື້ນຖານວັດທະນະທຳລະຫ່ວາງປະເທດທີ່ມີຫຼາຍຈຸດທີ່ຄ້າຍຄືກັນໂດຍອີງຕາມຄຸນຄ່າດ້ານສາສະໜາພຸດ.

