ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບປະກອບ: TTXVN)

ເມືື່ອຕອບສຳພາດຕໍ່ວົງການນັກຂ່າວໃນວັນທີ 13 ພຶດສະພາ, ທ່ານ Mykhailo Podolyak ທີ່ປຶກສາ, ຜູ້ຊ່ວຍວຽກແຖວໜ້າຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ການນຳປະເທດນີ້ ຈະເຂົ້າຮ່ວມບັນດາການເຈລະຈຈາກ່ຽວກັບ ຢູແກຼນ ກໍຕໍ່ເມື່ອທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍມີໜ້າຢູ່ Istanbul, ຕວັກກີ.

ໃນຂະນະນັ້ນ, ເມື່ອກ່າວຄຳເຫັນໃນການຢ້ຽມຢາມ Copenhagen (ແດນມາກ), ທ່ານ Andriy Yermak ຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ ເນັ້ນໜັກວ່າ ການຢ້ຽມຢາມ ຕວັກກີ ຂອງທ່ານ Zelensky ໄດ້ສະແດງໃຫ້ເຫັນວ່າ Kiev ໄດ້ກຽມພ້ອມເຈລະຈາ. ເຖິງຢ່າງໃດກໍຕາມ, ທ່ານ Yermak ໄດ້ຢ້ຳຄືນຫຼັກໝັ້ນຂອງ ຢູແກຼນ ວ່າ ບໍ່ວ່າການເຈລະຈາໃດກໍຕ້ອງດຳເນີນພາຍຫຼັງຢຸດຍິງ.

ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນຢູ່ Berlin, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Johann Wadephul ຖືວ່າ “ຢູແກຼນ ໄດ້ກຽມພ້ອມເຈລະຈາໂດຍບໍ່ມີເງື່ອນໄຂກ່ຽວກັບຄຳສັ່ງຢຸດຍິງ ແລະ ຂໍ້ຕົກລົງສັນຕິພາບ”.