ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ |
ຕອນບ່າຍວັນທີ 20 ຕຸລາ, ຢູ່ທຳນຽບປະທານປະເທດ ຫວຽດນາມ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ທີ່ພວມມີການຢ້ຽມຢາມ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຮຸງກາຣີ ແລະ ຫວັງວ່າອົງການນິຕິບັນຍັດຂອງສອງປະເທດ ຈະສືບຕໍ່ສົມທົບກັນເພື່ອສ້າງຂອບນິຕິກຳ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄວາມມານະພະຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ຕອບສະໜອງບັນດາຜົນປະໂຫຍດລວມຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ສ່ວນທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ໃຫ້ຮູ້ວ່າ ອົງການນິຕິບັນຍັດສອງປະເທດຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໜູນຊ່ວຍລັດຖະບານສອງປະເທດຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 2 ຕື້ USD ໃນໄລຍະຈະມາເຖິງ; ພ້ອມທັງຢັ້ງຢືນວ່າ ສະພາແຫ່ງຊາດ ຮຸງກາຣີ ຈະໜູນຊ່ວຍບັນດາປະເທດສະມາຊິກ EU ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສົນທິສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ສະໜັບສະໜູນຄະນະກຳມະການເອີຣົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ການນຳສອງທ່ານຢັ້ງຢືນວ່າ ຫວຽດນາມ ແລະ ຮຸງກາຣີ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ຢັ້ງຢືນສະໜັບສະໜູນຫຼັກໝັ້ນແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເພື່ອຮັກສາສະຖຽນລະພາບ, ຄວາມໝັ້ນຄົງຢູ່ແຕ່ລະພາກພື້ນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ກໍໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ.

