ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຖ່າຍຮູບທີ່ພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ສິງກະໂປ (ພາບ: VOV)

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສິງກະໂປ ໃນໄລຍະຜ່ານມາ ຜ່ານບັນດາການເຄື່ອນໄຫວອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ; ພ້ອມທັງເຊື່ອໝັ້ນວ່າ ປະຊາຄົມຈະນັບມື້ນັບສາມັກຄີ, ພັດທະນາ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ສິງກະໂປ ເວົ້າສະເພາະ ມີຄຳເຫັນປະກອບເຂົ້າໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ.

ທ່ານປະທານສະພາແຫ່ງຊາດກໍໄດ້ຮັບຮູ້ບັນດາຄຳເຫັນປະກອບ ແລະ ຂໍ້ສະເໜີຂອງຜູ້ຕາງໜ້າຂອງປະຊາຄົມຊາວ ຫວຽດນາມ 25.000 ຄົນ ທີ່ພວມອາໄສ ຢູ່ ສິງກະໂປ ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ - ສິງກະໂປ, ໂດຍສະເພາະແມ່ນໃນບັນດາຂົງເຂດພະລັງງານ, ສະບຽງອາຫານ, ລະບົບສະໜອງ; ທ່ານກໍເຜີຍໃຫ້ຮູ້ວ່າ ຈະແລກປ່ຽນກັບຝ່າຍ ສິງກະໂປ ກ່ຽວກັບບັນດາບັນຫານີ້ ໃນການພົບປະ, ເຈລະຈາ. ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ເພື່ອແນໃສ່ຊຸກຍູ້ການຍົກສູງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ສິງກະໂປ ຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2025.

ເລຕວຽດ