ວັນທີ 15 ພຶດສະພາ, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ປາກິດສະຖານ, ທ່ານ ລັດຖະມົນຕີການຕ່າງປະເທດ ປາກິດສະຖານໃຫ້ຮູ້ວ່າ ພາຍຫຼັງການເຈລະຈາທາງໂທລະສັບດ້ານການທະຫານ ໃນວັນທີ 14 ແລະ 15 ພຶດສະພາ, ປາກິດສະຖານ ແລະ ອິນເດຍ ໄດ້ເຫັນດີເປັນເອກະພາບຕໍ່ກຳນົດເວລາຂໍ້ຕົກລົງຢຸດຍິງຈົນຮອດວັນທີ 18 ພຶດສະພາຈະມາເຖິງ. ກ່ອນໜ້ານັ້ນ, ຂໍ້ຕົກລົງຢຸດຍິງຢ່າງຮອບດ້ານໄດ້ບັນລຸໃນວັນທີ 15 ພຶດສະພາ. ອິນເດຍ ໄດ້ເປີດ ສະໜາມບິນຄືນ 32 ແຫ່ງໃນຂະນະທີ່ ປາກິດສະຖານກໍ່ປະກາດເປີດ ນ່ານຟ້າທັງໝົດຄືນ

ຄວາມເຄັ່ງຕຶງລະຫວ່າງ ອິນເດຍ - ປາກິດສະຖານ ເພີ່ມຂຶ້ນໃນຊຸມອາທິດມໍ່ໆມານີ້ນັບແຕ່ພາຍຫຼັງການບຸກໂຈມຕີໃນວັນທີ 22 ເມສາຢູ່ Pahalgam ຂຶ້ນກັບເຂດ Kashmir ໂດຍ ອິນເດຍ ຄວບຄຸມ ເຊິ່ງເຮັດໃຫ້ແຂກທ່ອງທ່ຽວ 26 ຄົນເສຍຊີວິດ. ນີ້ແມ່ນການປະທະກັນຮ້າຍແຮງທີ່ສຸດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງໃນ ສາມທົດສະວັດທີ່ຜ່ານມາເຮັດໃຫ້ພາກພື້ນຮູ້ສຶກວິຕົກກັງວົນ.