ກຳລັງປ້ອງກັນຄວາມສະຫງົບ ອິນເດຍ ຢູ່ເທດສະບານ Pahalgam
(ພາບປະກອບ: ANI/TTXVN)

ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນກັບ ອິນເດຍ, ວັນທີ 04 ພຶດສະພາ, ປາກິດສະຖານ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກໂຮມກອງປະຊຸມລັບຢ່າງຮີບດ່ວນເປັນທາງການ ເພື່ອປຶກສາຫາລື “ສະພາບແວດລ້ອມຂອງພາກພື້ນພວມຮ້າຍແຮງຂຶ້ນຢ່າງວ່ອງໄວ” ແລະ “ຄວາມສ່ຽງທີ່ອາດຈະເພີ່ມຂຶ້ນຢ່າງຮ້າຍແຮງຢູ່ເຂດ Jammu ແລະ Kashmir, ນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ກໍຄືທົ່ວໂລກ”.

ຕາມແຈ້ງການຈາກຄະນະຜູ້ຕາງໜ້າປະຈຳຂອງ ເກຼັກ, ພາຍຫຼັງກອງປະຊຸມສຳຄັນດັ່ງກ່າວ, ທ່ານເອກອັກຄະລັດຖະທູດຜູ້ປະຈຳການຂອງ ປາກິດສະຖານ ຢູ່ສະຫະປະຊາຊາດ Asim Iftikhar Ahmad ຈະມີການພົບປະກັບວົງການສື່ມວນຊົນເພື່ອສະໜອງຂໍ້ມູນລະອຽດກ່ຽວກັບສະພາບການ, ກໍຄືບັນດາການຜັນແປຫຼ້າສຸດ. ຄຳຮຽກຮ້ອງໂຮມກອງປະຊຸມດ່ວນຂອງ ປາກິດສະຖານ ໄດ້ຍົກອອກມາໃນສະພາບທີ່ເຂດ Kashmir, ເຂດແດນເກີດການຂັດແຍ້ງກັນທີ່ຍາວນານລະຫວ່າງ ອິນເດຍ ແລະ ປາກິດສະຖານ ພວມຜ່ານຜ່າຊຸມມື້ທີ່ຂາດສະຖຽນລະພາບ ແລະ ເກີດການໃຊ້ຄວາມຮຸນແຮງໃນວັນທີ 22 ເມສາ ຢູ່ເທດສະບານເມືອງ Pahalgam, ຂຶ້ນກັບລັດ Jammu ແລະ Kashmir, ບໍລິເວນດິນທີ່ ອິນເດຍ ຄວບຄຸມ.