ວັນທີ 10 ພຶດສະພາ, ສຳນັກຂ່າວສານ ຊີນຮົວ ໄດ້ຄັດສະເໜີບັນດາແຫຼ່ງຂ່າວໂດຍໃຫ້ຮູ້ວ່າ: Pakistan ປຸກລະດົມບັ້ນຮົບການທະຫານທີ່ມີຂອບຂະໜາດໃຫ່ຍທີ່ໃສ່ຊື່ວ່າ Bunnyanun Mar SOOS ເພື່ອ ໂຕ້ຕອບອິນເດຍ ຊື່ງໄດ້ເລັ່ງໃສ່ຫຼາຍເປົ້າໝາຍໃນທົ່ວປະເທດ ອິນເດຍ.

ໃນຂະນະນັ້ນ, ສຳນັກຂ່າວສານ NDTV ຂອງ ອິນເດຍ ໄດ້ໃຫ້ຂ່າວວ່າ ປະຈຸບັນ Pakistan ໄດ້ປິດສາຍການບິນທັງໝົດ.

ໃນວັນດຽວກັນ, ທ່ານ Ahmed Sharif Chaudhry, ໂຄສົກກອງທັບ Pakistan, ໃຫ້ຮູ້ວ່າ ອິນເດຍ ໄດ້ຍິງລູກສອນໄຟທາງອາກາດໜ້າດິນເຂົ້າ 3 ຖານທີ່ໝັ້ນກອງທັບອາກາດ Pakistan.