ວັນທີ 17 ມັງກອນ, ເວັບໄຊທາງການຂອງກະຊວງການຕ່າງປະເທດ ຈີນ ຖະແຫຼງວ່າ, ໂດຍຮັບຄຳເຊີນຈາກຝ່າຍ ອາເມລິກາ, ຜູ້ຕາງໜ້າພິເສດຂອງທ່ານປະທານປະເທດ ສີຈີນຜິງ, ທ່ານຮອງປະທານປະເທດ ຈີນ ຂານເຈິງ ຈະໄປນະຄອນຫຼວງ ວໍຊິງຕັນ ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 20 ມັງກອນ. ຖະແຫຼງການກໍ່ເນັ້ນໜັກວ່າ, ຍາມໃດ ຈີນ ກໍ່ຮັບຮູ້ ແລະ ພັດທະນາການພົວພັນ ຈີນ - ອາເມລິກາ ຕາມບັນດາຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ຮ່ວມດຳລົງຊີວິດໂດຍສັນຕິວິທີ ແລະ ຮ່ວມມືພ້ອມກັນຮັບໄຊຊະນະ. ປັກກິ່ງ ກໍ່ຢືນຢັນວ່າ “ພ້ອມແລ້ວຈະເພີ່ມທະວີການສົນທະນາ ແລະ ພົວພັນແລກປ່ຽນກັບລັດຖະບານໃໝ່ຂອງ ອາເມລິກາ, ຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນຊຸກຍູ້ການພົວພັນ ຈີນ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງ, ຊອກຫາເສັ້ນທາງທີ່ຖືກຕ້ອງເພື່ອໃຫ້ ຈີນ ແລະ ອາເມລິກາ ມີຄວາມປອງດອງກັນໃນສັງກາດໃໝ່”.
ປະທານປະເທດ ຈີນ ຈັດສົ່ງຜູ້ຕາງໜ້າພິເສດເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ອາເມລິກາ
(VOVWORLD) - ຍາມໃດ ຈີນ ກໍ່ຮັບຮູ້ ແລະ ພັດທະນາການພົວພັນ ຈີນ - ອາເມລິກາ ຕາມບັນດາຫຼັກການເຄົາລົບເຊິ່ງກັນ ແລະ ກັນ
