ກຳມະກອນນ້ຳມັນອາຍແກັດຢູ່ບໍ່ນ້ຳມັນແບກໂຮ)
(vovworld) – ຕອນເຊົ້າວັນທີ 09/02 (ວັນທີ 2 ບຸນເຕັດ), ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພ້ອມກັບການນຳບັນດາກະຊວງ, ຂະແໜງການ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາພະນັກງານ, ກຳມະກອນ ພວມເຮັດວຽກຢູ່ກຸ່ມຮ້ານເຈາະນ້ຳມັນເຕັກໂນໂລຊີສູງ ເລກ 2, ຂຶ້ນກັບກຸ່ມບໍລິສັດຮ່ວມທຸລະກິດ Vietsovpetro. ຢູ່ທີ່ນີ້, ທ່ານປະທານປະເທດ ໄດ້ຕີລາຄາສູງໝາກຜົນຂອງຂະແໜງນຳ້ມັນອາຍແກັດບັນລຸໄດ້ໃນໄລຍະຜ່ານມາ, ທ່ານປະທານປະເທດ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງຂະແໜງນຳ້ມັນອາຍແກັດ, ເມື່ອປະຈຸບັນລາຄານຳມັນໃນໂລກພວມຫຼຸດລົງ.
“ບົດຮຽນໃນໂລກໄດ້ຊີ້ໃຫ້ເຫັນວ່າ, ບັນດາປະເທດລ້ວນແຕ່ມີກອງທຶນໜູນຊ່ວຍລາຄາເປັນປົກກະຕິ. ຕ້ອງມີກົນໄກເຄື່ອນໄຫວ, ກອງທຶນໜູນຊ່ວຍ ເພື່ອຄິດໄລການດຳເນີນທຸລະກິດ ແລະ ແກ້ໄຂການດຳລົງຊີວິດໃຫ້ພະນັກງານ, ກຳມະກອນ. ຂ້າພະເຈົ້າຫວັງວ່າ, ບໍລິສັດຮ່ວມທຸລະກິດ Vietsovpetro ເອົາໃຈໃສ່ເຖິງການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ໃຫ້ພັດທະນາຕະຫຼອດໄປ.”
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ