ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ(ພາບ: TTXVN)
|
ໃນຈົດໝາຍຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ກ່ອນການໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ແຕ່ວັນທີ 01 – 03 ທັນວາ, ທ່ານປະທານສະພາແຫ່ງຊາດ ສິງກະໂປ Seah Kian Peng ຢືນຢັນວ່າ, ການຢ້ຽມຢາມແມ່ນສະແດງອອກຢ່າງລະອຽດກວ່າຂອງການພົວພັນ 2 ຝ່າຍ ແລະ ການເຊື່ອມຕໍ່ລັດຖະສະພາທີ່ດີງາມໃນປະຈຸບັນລະຫວ່າງ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ Seah Kian Peng ເນັ້ນໜັກວ່າ, ທັງ 2 ປະເທດລ້ວນແຕ່ມີວິໄສທັດຍຸດທະສາດລວມ ແລະ ມີຄວາມຕິດພັນຂັ້ນສູງແບບຍືນຍົງລະຫວ່າງບັນດາການນຳ. ໂດຍສືບຕໍ່ກຳລັງໜູນການແລກປ່ຽນຂັ້ນສູງ, ທ່ານປະທານສະພາແຫ່ງຊາດ ສິງກະໂປ ສະແດງຄວາມປະຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ມາຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ. ການຢ້ຽມຢາມສຳຄັນນີ້ໄດ້ດຳເນີນໄປພາຍຫຼັງການພົບປະຢ່າງດີງາມລະຫວ່າງປະທານສະພາແຫ່ງຊາດ 2 ປະເທດ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ ຄັ້ງທີ 45 ທີ່ໄດ້ຈັດຂຶ້ນຢູ່ ລາວ ເມື່ອຕົ້ນປີ 2024.

