ສັນຕະປະປາອົງໃໝ່ Robert Francis Prevost, ອາຍຸ 69 ປີ, ເອົາຊື່ວ່າ Leo XIV
(ພາບ: Ouest-France)

ພາຍຫຼັງຈັດກອງປະຊຸມລັບເປັນເວລາ 2 ວັນ, ຕອນບ່າຍວັນທີ 08 ພຶດສະພາ (ຕາມເວລາທ້ອງຖິ່ນ), ຄວັນຂາວໄດ້ປິນຂຶ້ນຢູ່ຫຼັງຄາໂບດ Sistine, ເປັນສັນຍານຊີ້ໃຫ້ເຫັນວ່າ Vatican ມີສັນຕະປະປາອົງໃໝ່. ຜູ້ທີ່ໄດ້ຮັບການເລືອກຕັ້ງແມ່ນພະຄາດີນັນ Robert Francis Prevost, ອາຍຸ 69 ປີ, ເອົາຊື່ວ່າ Leo XIV.

ເລື່ອງທ່ານດຳລົງຕຳແໜ່ງສັນຕະປະປາໄດ້ສ້າງຂີດໝາຍເປັນຄັ້ງທຳອິດໃນປະຫວັດສາດທີ່ສະມາຄົມຄຼິດທະສາສະໜາມີການນຳເປັນຊາວ ອາເມລິກາ. ສັນຕະປະປາຮູ້ຫຼາຍພາສາຢ່າງຄ່ອງແຄ້ວ, ສາມາດເວົ້າພາສາ ອັງກິດ, ຝລັ່ງ, ອີຕາລີ ແລະ ແອັດສະປາຍ, ແລະ ກໍ່ຮູ້ພາສາ ປອກຕຸຍການ, ພາສາ ລາຕິນ, ເຢຍລະມັນ.

ໂດຍຢືນຢູ່ລະບຽງໂບດ Peter, ພະຄາດີນັນ Robert Francis Prevost ຜູ້ທີ່ຫາກໍ່ໄດ້ດຳລົງຕຳແໜ່ງສັນຕະປະປາອົງໃໝ່ໄດ້ສົ່ງບັນດາຄຳອວຍພອນທຳອິດທີ່ດີງາມທີ່ສຸດໄປຍັງຜູ້ເຊື່ອຖືສາສະໜາ ກາໂຕລິກ ກວ່າ 1,4 ຕື້ລ້ານຄົນໃນທົ່ວໂລກທີ່ວ່າ “ຂໍໃຫ້ອ້າຍເອື້ອຍນ້ອງທຸກຄົນຈົ່ງມີຄວາມສະຫງົບສຸກ”. ທ່ານກໍ່ສະແດງຄວາມເຄົາລົບຕໍ່ທ່ານອະດີດສັນຕະປະປາ Francis, ພ້ອມທັງຮຽກຮ້ອງໃຫ້ທຸກຄົນຈົ່ງຄິດເຖິງມໍລະດົກຂອງລຸ້ນກ່ອນ.

ເນື່ອງໃນໂອກາດນີ້, ການນຳບັນດາປະເທດ, ອົງການຈັດຕັ້ງສາກົນກໍ່ໄດ້ສົ່ງຄຳອວຍພອນເຖິງສັນຕະປະປາອົງໃໝ່.