ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: TTXVN) |
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ, ຫຼັງຈາກນັ້ນ ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ ແລະ ກ່າວຄຳເຫັນຕໍ່ວົງການສື່ມວນຊົນ ພາຍຫຼັງກອງປະຊຸມພົບປະສອງຝ່າຍ. ນະທີນີ້, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃຫ້ຮູ້ວ່າ ການຢ້ຽມຢາມ ມາເລເຊຍ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຄັ້ງນີ້ ມີຄວາມໝາຍສຳຄັນ ເມື່ອສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ ມີຂົງເຂດຄວາມໝັ້ນຄົງ, ການປ້ອງກັນຊາດ, ການຮ່ວມມືທາງທະເລ ແລະ ບາງຂົງເຂດຮ່ວມມືອື່ນໆກ່ຽວກັບໄຟຟ້າ, ເສດຖະກິດີຈີຕອນ. ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ ມີຂົງເຂດຄວາມໝັ້ນຄົງ. ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ສອງຝ່າຍໃຫ້ຄຳໝັ້ນສັນຍາສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເສັ້ນທາງພັດທະນາຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງ, ສອດຄ່ອງກັບສະພາບການເສດຖະກິດ - ສັງຄົມ ແລະ ກົດໝາຍ, ຂໍ້ກຳນົດຂອງແຕ່ລະປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ກ່າວຄຳເຫັນຕໍ່ວົງການນັກຂ່າວ (ພາບ: VOV5) |
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມື 2 ສະບັບ ກ່ຽວກັບການເພີ່ມທະວີການຮ່ວມມືສົ່ງເສີມການຄ້າ ແລະ ພະລັງງານທົດແທນ.


