ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ເຂົ້າວາງພວງມາລາໄວ້ອາໄລ

ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຂຽນໃສ່ປຶ້ມໄວ້ອາໄລ, ທ່ານ ບຸນທອງ ຈິດມະນີ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນລາວ ຂໍຈົດຈຳຄຸນງາມຄວາມດີ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ລ້ຳຄ່າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃນຕະຫຼອດໄລຍະຜ່ານມາ.

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ລາວ ຂຽນໃສ່ປຶ້ມໄວ້ອາໄລ

ຕາງໜ້າຄະນະຜູ້ແທນລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ນຳໜ້າ ພ້ອມດ້ວຍຜູ້ແທນບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ນະຄອນຫຼວງ ວຽງຈັນ ກໍໄດ້ເຂົ້າວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊັ່ນດຽວກັນ.

ຕາງໜ້າສະຖານທູດ ແລະ ບັນດາອົງການກ່ຽວຂ້ອງເຂົ້າວາງພວງມາລາໄວ້ອາໄລ

ມື້ນີ້, ບັນດາອົງການຂອງລາວ ກໍພ້ອມກັນປະຕິບັດພິທີຫຼຸດທຸງລົງເຄິ່ງເສົາ ເລີ່ມຕົ້ນ 2 ມື້ໄວ້ອາໄລລະດັບຊາດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.