ພິທີໄຫວ້ອາໄລ ໄດ້ດຳເນີນຢູ່ຫໍງານສົບແຫ່ງຊາດ ເຈິ່ນແທັງຕົງ (ພາບ: VOV) |
ພິທີວາງພວງມາລາໄວ້ອາໄລ ໄດ້ດຳເນີນຢູ່ຫໍງານສົບແຫ່ງຊາດ ເຈິ່ນແທັງຕົງ, ຮ່າໂນ້ຍ, ເລີ່ມແຕ່ 7 ໂມງ ຂອງວັນທີ 24 ພຶດສະພາ ຫາ 7 ໂມງຂອງວັນທີ 25 ພຶດສະພາ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ກ່າວເປີດພິທີງານສົບ (ພາບ: VOV) |
ເມື່ອກ່າວຄຳເຫັນເປີດພິທີໄຫວ້ອາໄລ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ, ຫົວໜ້າຄະນະຈັດຕັ້ງງານສົບ ໄດ້ສະຫຼຸບຊີວະປະຫວັດຫຍໍ້, ບັນດາການປະກອບສ່ວນຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລະ ປະກາດບັນຊີລາຍຊື່ຄະນະຈັດງານສົບ:
“ກວ່າ 50 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດອັນສະຫງ່າລີສີຂອງພັກ, ຂອງຊາດ ຫວຽດນາມ. ທ່ານໄດ້ຮັບຫຼຽນໄຊດາວຄຳ, ຫຼຽນກາອາຍຸພັກຄົບຮອບ 65 ປີ, ພ້ອມດ້ວຍຫຼຽນໄຊ, ຫຼຽນກາ ແລະ ລາງວັນອັນສູງສົ່ງອື່ນໆຈາກພັກ, ລັດ ຫວຽດນາມ ແລະ ສາກົນ. ການຈາກໄປຂອງທ່ານ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ.”
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ (ພາບ: VOV) |
ພາຍຫຼັງທີ່ຫົວໜ້າຄະນະຈັດຕັ້ງງານສົບຂຶ້ນກ່າວຄຳເຫັນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ເປັນຫົວໜ້າຄະນະໄດ້ເຂົ້າໄຫວ້ອາໄລ. ຫຼັງຈາກນັ້ນແມ່ນຄະນະຜູ້ແທນປະທານປະເທດແຫ່ງ ສສ. ຫວຽດນາມ ໂດຍທ່ານປະທານປະເທດ ເລືອງເກື່ອງ; ຄະນະລັດຖະບານ ແຫ່ງ ສສ. ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ຄະນະສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດະວັນຈຽນ ເປັນຫົວໜ້າຄະນະໄດ້ເຂົ້າໄຫວ້ອາໄລ.
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ (ພາບ: VOV) |
ເມື່ອຂຽນຄວາມຮູ້ສຶກໃສ່ປຶ້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ - ສະມາຊິກພັກທີ່ຈົງຮັກພັກດີຂອງພັກກອມມູນິດ ຫວຽດນາມ, ເປັນການນຳຜູ້ສຸດຈິດສຸດໃຈ, ເປັນລູກຜູ້ດີເດັ່ນຂອງບ້ານເກີດເມືອງນອນ ກວາງງາຍ ວິລະຊົນ, ເຕັມໄປດ້ວຍມູນເຊື້ອປະຕິວັດ. ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ທ່ານນາງ ປານີ ຢາທໍ່ຕູ້ ຮອງປະເທດປະເທດ ແຫ່ງ ສປປ ລາວ ເຂົ້າໄວ້ອາໄລ |
ພິທີວາງພວງມາລາໄວ້ອາໄລ ຢູ່ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ຈູງດິ່ງ, ນະຄອນ ກວາງງາຍ |
ໃນຈຸດເວລາດຽວກັນ, ຢູ່ສະໂມສອນ ຖົງເຍິດ, ນະຄອນ ໂຮ່ຈີມິນ ແລະ ຢູ່ສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ຖະໜົນເລຈູງດິ່ງ, ນະຄອນ ກວາງງາຍ (ບ້ານເກີດເມືອງນອນຂອງເພິ່ນ) ກໍໄດ້ດຳເນີນພິທີໄຫວ້ອາໄລ ເຊັ່ນດຽວກັນ.
ພິທີຫຼຸດທຸງລົງເຄິ່ງເສົາ ໄດ້ດຳເນີນຢ່າງສົມກຽດຢູ່ສະໜາມຫຼວງ ບາດິ່ງ |
6 ໂມງເຊົ້າຂອງວັນດຽວກັນ, ພິທີຫຼຸດທຸງລົງເຄິ່ງເສົາ ໄດ້ດຳເນີນຢ່າງສົມກຽດຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ເຊິ່ງເປັນຂີດໝາຍຮອດຈຸດເວລາດຳເນີນງານສົບ.
ໃນສອງມື້ດຳເນີນານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະ ໄດ້ຫຼຸດທຸງລົງເຄິ່ງເສົາ, ງົດທຸກກິດຈະກຳລະຫຼີ້ນບັນເທິງ.
ງານສົບຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.
ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຢູ່ຕາແສັງ ໂຝແຄັງ, ເມືອງ ດຶກໂຝ (ເທດສະບານ ດຶກໂຝ ປັດຈຸບັນ), ແຂວງ ກວາງງາຍ. ທ່ານເຂົ້າຮ່ວມການປະຕິວັດເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.
ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນ ສິງຫາ 1997; ແຕ່ເດືອນ ກັນຍາ 1997 ຫາເດືອນ ມິຖຸນາ 2006, ທ່ານປະທານປະທານປະເທດແຫ່ງ ສສ. ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.
ພາຍຫຼັງເຈັບເປັນມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ຖັນແຖວສາດສະດາຈານ, ແພດໝໍ ແລະ ການເບິ່ງແຍງດູແລຂອງຄອບຄົວແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີ ມະເສັງ); ຢູ່ເຮືອນສ່ວນຕົວ, ລວມອາຍຸ 88 ປີ.







