ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ຕອນເຊົ້າວັນທີ 16 ມັງກອນ ຢູ່ ທຳນຽບນາຍົກລັດຖະມົນຕີ ຢູ່ ນະຄອນຫລວງ Vácsava, ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໄປຢ້ຽມຢາມ ໂປໂລຍ ຢ່າງເປັນທາງການ.

ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Donald Tusk ໄດ້ມີການພົບປະວົງແຄບ ພ້ອມທັງນຳຫນ້າຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການພົບປະສອງຝ່າຍ.

ຕອນເຊົ້າວັນດຽວກັນ, ກ່ອນດຳເນີນພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໄປວາງພວງມາລາຢູ່ອະນຸສາວາລີນັກຮົບນິລະນາມ ທີ່ສະຫນາມຫລວງ ໄຊຊະນະ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຄົາລົບນັບຖືບັນດານັກຮົບເສຍສະຫລະຊີວິດເພື່ອຊາດ ທີ່ໄດ້ອຸທິດສ່ວນ, ເສຍສະຫລະເພື່ອພື້ນຖານເອກະລາດ, ອະທິປະໄຕ, ປະຊາທິປະໄຕ, ເສລີພາບແລະ ການພັດທະນາຂອງໂປໂລຍ.