ບັນດາການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ, ອະດີດການນຳ, ແຂກຖືກເຊີນສາກົນ... ດຳເນີນພິທີເຄົາລົງທຸງ
(ພາບ: TTXVN)

ຕອນເຊົ້າວັນທີ 02 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ, ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກກອງທັບສູນກາງ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງຢ່າງສົມກຽດ, ເນື່ອງໃນໂອກາດ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 0 2 ກັນຍາ 2025).

ເຂົ້າຮ່ວມພິທີມີບັນດາການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ; ບັນດາແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກວິລະຊົນແຮງງານ, ບັນດານາຍທະຫານ ອະດີດນັກຮົບ, ຜູ້ຕາງໜ້າບັນດາອົງການການເມືອງ, ອອົງການຈັດຕັງມະຫາຊົນ ແລະ ຊາວຫວຽດນາມ ເປັນຈຳນວນຫຼວງຫຼາຍ.

ສ່ວນແຂກຖືກເຊີນສາກົນມີ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Díaz-Canel Bermúdez ແລະ ພັນລະຍາ; ທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາວເລືອຈີ; ທ່ານປະທານສະພາສູງ ກຳປູເຈຍ, ປະທານພັກປະຊາຊົນ ກຳປູເຈຍ (CPP) Samdech Techo Hun Sen; ທ່ານປະທານສະພາຕ່ຳ ເບລາຣຸດ Igor Sergeenko… ພ້ອມກັບຜູ້ຕາງໜ້າການນຳບາງປະເທດ, ຜູ້ຕາງໜ້າບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ

ເປີດສາກລາຍການແມ່ນລາຍການຕີກອງງານບຸນ ທັງລອງ, ພິທີແຫ່ທວນໄຟເປັນມູນເຊື້ອ ແລະ ພິທີເຄົາລົບທຸງຊາດ

ໃນເວລາດຽວກັນ, ຢູ່ສະໜາມກິລາ ມິ້ດິ່ງ, ໄດ້ຍິງປືນໃຫຍ່ 21 ນັດໃນທ່າມກາງເພງຊາດ ຫວຽດນາມ.ບັນເລັງຂຶ້ນ

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວສູນທອນພົດ
(ພາບ: TTXVN)

ຖັດຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ກ່າວສູນທອນພົດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ. ເປີດສາກສູນທອນພົດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຫວນຄືນຈຸດເວລາປະຫວັດສາດຂອງຊາດໃນໄລຍະ 80 ປີກ່ອນຢູ່ສະໜາມຫຼວງ ບາດິ່ງ, ເມື່ອປະທານ ໂຮ່ຈີມິນ ກ່າວບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ, ເປີດຍຸກສະໄໝ ແຫ່ງຄວາມເອກະລາດ, ເສລີພາບຂອງຊາດ ຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:

“ປະເທດ ຫວຽດນາມ ແມ່ນການເຕົ້າໂຮມຂອງມູນເຊື້ອວັດທະນະທຳມະນຸດນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຂອງຄຸນນະທາດຢຶດໝັ້ນ, ພູມປັນຍາ, ນ້ຳໃຈເມດຕາປານີ ແລະ ຄວາມຄາດຫວັງບືນຕົວຂຶ້ນ. ຈິດໃຈນັ້ນໄດ້ສ້າງເປັນກຳລັງແຮງຢ່າງໃຫຍ່ຫຼວງຂອງການປະຕິວັດເດືອນ ສິງຫາ, ຂອງການຕໍ່ສູ້ 2 ຄັ້ງເຍີດເຍື້ອຍາວນານຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ, ຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນວັນຕິພາບ, ຂອງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາຂອງປະເທດຊາດ. ນັ້ນແມ່ນກຳລັງແຮງໄດ້ເລີ່ມມາຈາກປະຊາຊົນ, ຂຶ້ນກັບປະຊາຊົນ, ເພື່ອປະຊາຊົນ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.

ໂດຍເນັ້ນໜັກ ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ທັງຊາດສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ຂອງບັນພະບຸລຸດ, ຄົນລຸ່ນກ່ອນໆໃນຂະບວນການ ປະຕິວັດແລະ ຂອງທົ່ວປວງຊົນເທົ່ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ໄລຍະທາງທີ່ສະຫງ່າລາສີ 80 ປີຜ່ານມາໄດ້ຢັ້ງຢືນໃຫ້ເຫັນວ່າ ບໍ່ມີຫຍັງສາມາດຂວາງກັ້ນຊາດ ຫວຽດນາມ ກ້າວເຂົ້າສູ່ຄວາມວັດທະນາຖາວອນ ແລະ ຄວາມຍືນຍົງໄດ້.

ຜ່ານໄລຍະທາງ 80 ປີທີ່ເຕັມໄປດ້ວຍຄວາມລຳບາກ ແຕ່ສະຫງ່າອົງອາດ, ພວກເຮົາຢັ້ງຢືນສັດຈະທຳພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ, ດ້ວຍແສງສະຫວ່າງເຍືອງທາງຂອງປະທານ ໂຮ່ຈີມິນ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ບໍ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍໃດທີ່ປະຊາຊົນ ຫວຽດນາມ ບໍ່ສາມາດຜ່ານມາ, ບໍ່ມີເປົ້າໝາຍອັນສູງສົ່ງໃດທີ່ຊາດ ຫວຽດນາມ ບໍ່ບັນລຸໄດ້. ບໍ່ມີສິ່ງກີດຂວາງໃດ, ບໍ່ມີເຫດຜົນໃດທີ່ສາມາດຂວາງກັ້ນພວກເຮົາກ້າວໄປເຖິງສັນຕິພາບ, ວັດທະນາຖາວອນ, ຊາດ ຫວຽດນາມ ຍືນຍົງ ແລະ ພັດທະນາ.”

ເຮືອບິນ ໄດ້ບິນຜ່ານສະໜາມຫຼວງ ບາດິ່ງ
(ພາບ: VTC News)

ພາຍຫຼັງກ່າວສູນທອນພົດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນລາຍການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໂດຍມີການເຂົ້າຮ່ວມຂອງປະມານ 16.000 ຄົນ. ເປີດສາກລາຍການແມ່ນການສະແດງຂອງເຮືອບິນກອງທັບປະຊາຊົນ ຫວຽດນາມ. ຕໍ່ຈາກນັ້ນ, ແມ່ນການເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງ. ໃນຈຸດເວລາດຽວກັນນັ້ນ, ການສວນສະໜາມສະແດງກ້ອນກຳລັງກໍ່ໄດ້ຈັດຂຶ້ນຢູ່ແຂວງ ແຄັງຮ່ວາ.

ຕໍ່ຈາກນັ້ນ, 79 ກ້ອນກຳລັງເດີນຂະບວນ, ສວນສະໜາມຂອງບັນດາກຳລັງກອງທັບ, ຕຳຫຼວດ, ມະຫາຊົນ, ໃນນັ້ນມີ 4 ກ້ອນກຳລັງກອງທັບຕ່າງປະເທດ, ລວມມີ: ຈີນ, ລາວ, ລັດເຊຍ, ກຳປູເຈຍ.

ພາຍຫຼັງເດີນຜ່ານເວທີຢູ່ສະໜາມຫຼວງ ບາດິ່ງ, ບັນດາ ກ້ອນກຳລັງສືບຕໍ່ເດີນຂະບວນສວນສະໜາມຕາມຖະໜົນຫຼາຍສາຍຕ່າງໆທີ່ໃຈກກາງນະຄອນຫຼວງ ຮ່າໂນ້ຍ.

ສິ້ນສຸດພາກເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງແມ່ນລາຍການສະແດງສິລະປະ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ມະຫາຊົນນັບໝື່ນຄົນທີ່ມາຈາກທຸກແຖບຖິນຂອງປະເທດຊາດ.