(ພາບປະກອບ: dangcongsan.vn)

ພັກ ແລະ ລັດ ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງວຽກງານຄົນພິການ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຫງວຽນວັນໂຮ່ຍ, ຫົວໜ້າຄະນະຜູ້ຕາງໜ້າລະຫວ່າງຂະແໜງ ຫວຽດນາມ, ທີ່ວາລະປົກປ້ອງບົດລາຍງານ ສົນທິສັນຍາສະຫະປະຊາຊາດກ່ຽວກັບການປົກປ້ອງສິດທິຂອງຄົນພິການ (CRPD), ຈັດຂຶ້ນໃນວັນທີ 06 ມີນາ, ຢູ່ ເຊີແນວ, ປະເທດ ສະວິດ.

ຕາມທ່ານຮອງລັດຖະມົນຕີແລ້ວ, ຫວຽດນາມ ໄດ້ປະກາດໃຊ້ລະບົບບັນດານະໂຍບາຍໜູນຊ່ວຍຢ່າງເປີດເຜີຍ, ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ຄົນພິການປະຕິບັດສິດສະເໝີພາບກ່ຽວກັບບັນດາສິດດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ເສີມຂະຫຍາຍຄວາມສາມາດຂອງຕົນເພື່ອຮັກສາຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ເຊື່ອມຕົວເຂົ້າກັບວົງຄະນະຍາດ, ສອດຄ່ອງກັບສົນທິສັນຍາກ່ຽວກັບສິດທິຂອງຄົນພິການ ເຊິ່ງ ຫວຽດນາມ ເປັນສະມາຊິກ.

ໂດຍປະຕິບັດການຫັນລັດຖະທຳມະນູນ ແລະ ບັນດາຄຳໝັ້ນສັນຍາສາກົນໃຫ້ປະກົດຜົນເປັນຈິງ, ສະພາແຫ່ງຊາດ ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄົນພິການປີ 2010 ແລະ ປະມວນກົດໝາຍ 9 ສະບັບອື່ນທີ່ກ່ຽວຂ້ອງ, ກຳນົດບັນດານະໂຍບາຍພິເສດສະເພາະໜູນຊ່ວຍຄົນພິການ. ຄະນະເລຂາທິການສູນກາງພັກ ກໍ່ໄດ້ປະກາດໃຊ້ຄຳສັ່ງເພີ່ມທະວີການຊີ້ນຳຂອງພັກສຳລັບວຽກງານໜູນຊ່ວຍຄົນພິການ. ລັດຖະບານໄດ້ປະກາດໃຊ້ ແລະ ປະຕິບັດຫຼາຍລາຍການ, ນະໂຍບາຍເພື່ອປົກປ້ອງ, ເບິ່ງແຍງດູແລ, ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບວົງຄະນະຍາດ, ຮັບປະກັນການປະຕິບັດສິດທິມະນຸດ ແລະ ສິດທິຂອງຄົນພິການໃນທຸກຂົງເຂດຢ່າງຄົນຖ້ວນ ແລະ ຮອບດ້ານ.