ວັນທີ 24 ພະຈິກ, ພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ (PAP) ກຳອຳນາດ ໄດ້ເລືອກຕັ້ງຄະນະການນຳຊຸດໃໝ່, ເປັນບາດກ້າວກະກຽມສຳຄັນ ເພື່ອມຸ່ງໄປເຖິງການເລືອກຕັ້ງທົ່ວປະເທດ, ເຊິ່ງຈະຈັດຂຶ້ນພາຍໃນເວລາ 1 ປີຈະມາເຖິງ.
ເລື່ອງເລືອກຕັ້ງຄະນະການນຳຊຸດໃໝ່ໄດ້ປະຕິບັດໃນຂອບເຂດກອງປະຊຸມຄົບຄະນະຂອງພັກນີ້, ເຊິ່ງຈັດຂຶ້ນແຕ່ວັນທີ 23 – 24 ພະຈິກ. ກ່ອນທີ່ດຳເນີນການເລືອກຕັ້ງ, ບັນດາສະມາຊິກເຂົ້າຮ່ວມຄະນະກຳມະການບໍລິຫານງານສູນກາງ (CEC) ຊຸດທີ 38, ອົງການມີສິດອຳນາດສູງສຸດຂອງ PAP, ທ່ານເລຂາທິການໃຫຍ່ PAP ແລະ ເປັນອະດີດນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ໄດ້ຖະແຫຼງລາອອກຈາກຕຳແໜ່ງການນຳພັກ ພາຍຫຼັງກຳອຳນາດເປັນເວລາ 20 ປີ.
ທ່ານອະດີດເລຂາທິການໃຫຍ່ PAP ແລະ ແມ່ນອະດີດນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ໃຫ້ຮູ້ວ່າ, ທ່ານຈະສະເໜີໃຫ້ຄະນະກຳມະການບໍລິຫານງານສູນກາງ ເລືອກຕັ້ງທ່ານລັດຖະມົນຕີ Lawrence Wong ເປັນການນຳຜູ້ຕໍ່ໄປຂອງ PAP.
