ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ Kazakhstan, Azerbaijan ແລະ Belarus, ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ. ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຕຽນຊີ ໄດ້ເຂົ້າຮ່ວມຄະນະປະຕິບັດງານຂັ້ນສູງ ຕິດຕາມທ່ານເລຂາທິການໃຫຍ່ ໂຕເລິມ. ໄປຄຽງຄູ່ກັບບັນດາການເຄື່ອນໄຫວລວມຂອງຄະນະຜູ້ແທນຂັ້ນສູງ, ຢູ່ສະຫະພັນ ລັດເຊຍ ແລະ ສ. Belarus, ທ່ານຜູ້ອຳນວຍການໃຫຍ່ ໂດຕຽນຊີ ຈະຕາງໜ້າ VOV ເຊັ່ນຂໍ້ຕົກລົງຮ່ວມມືກັບ ສູນກະຈາຍສຽງ ແລະ ໂທລະພາບດົນຕີ ລັດເຊຍ ແລະ ວິທະຍຸກະຈາຍສຽງໂທລະພາບແຫ່ງຊາດ Belarus, ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ແລະ ແທ້ຈິງກ່ວາອີກສຳລັບບັນດາຄູ່ຮ່ວມມືໃຫຍ່ຂອງບັນດາປະເທດເພື່ອນມິດທີ່ມີມາແຕ່ດົນນານຂອງ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ແລະ ເອີລົບຕາເວັນອອກ.