ສຳນັກຂ່າວສານ BBC (ອັງກິດ) ຫາກໍ່ປະກາດບັນຊີລາຍຊື່ “ແມ່ຍິງ 100 ຄົນສົ່ງແຮງບັນດານໃຈຫຼາຍທີ່ສຸດປີ 2024”. ບັນຊີລາຍຊື່ໄດ້ປະກາດໃນໂອກາດທ້າຍປີໃນແຕ່ລະປີ, ເພື່ອເຊີດຊູບັນດາແມ່ຍິງດີເດັ່ນ, ມີຜົນງານດີເດັ່ນໃນຂົງເຂດ ກິລາ, ວິທະຍາສາດ, ການເຄື່ອນໄຫວປົກປ້ອງສິດທິຂອງແມ່ຍິງ ແລະ ປົກປ້ອງໜ່ວຍພິພົບ. ຜູ້ກຳກັບການສະແດງຍິງ ຊວັນເຟື້ອງ ຂອງ ຫວຽດນາມ ກໍ່ນອນໃນບັນຊີດັ່ງກ່າວ.

ຕາມການແນະນຳຂອງ BBC ແລ້ວ, ນັກຂ່າວຍິງ, ຜູ້ກຳກັບການສະແດງຍິງ ຫງວຽນຊວັນເຟື້ອງ ໄດ້ດຳລົງຊີວິດຢ່າງເຕັມທີ່. ອາຍຸ 95 ປີ, ທ່ານນາງແມ່ນພະຍານຫຼັກຖານຂອງການອຸທິດສ່ວນບໍ່ຮູ້ອິດບໍ່ຮູ້ເມື່ອຍ. ໃນຊີວິດຂອງຕົນ, ທ່ານນາງ ຊວັນເຟື້ອງ ໄດ້ເຂົ້າຮ່ວມການຕໍ່ສູ້ 2 ຄັ້ງ, ເຮັດວຽກຫຼາຍຕຳແໜ່ງສຳຄັນຄື: ທ່ານໝໍ ແລະ ນັກຂ່າວສະໜາມຮົບ, ບັນທຶກບັນດາຈຸດເວລາປະຫວັດສາດສຳຄັນຂອງຊາດ.

ບັນດາຜູ້ທີ່ນອນໃນບັນຊີ “ແມ່ຍິງ 100 ຄົນສົ່ງແຮງບັນດານໃຈຫຼາຍທີ່ສຸດປີ 2024” ຍັງມີ: ຜູ້ໄດ້ຮັບລາງວັນ Nobel ສັນຕິພາບທ່ານນາງ Nadia Murad, ນັກສະແດງຍິງ Sharon Stone, ບັນດານັກກິລາ Olympic ນາງ Rebeca Andrade ແລະ Allyson Felix, ນັກຮ້ອງ ຍິງ Raye…