ທ່ານ Kyril Whittaker (ພາບ: vietnam.vnanet.vn)
ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລອນດອນ, ທ່ານ Kyril Whittaker ຖືວ່າ ດ້ວຍບັນດາຜົນງານພັດທະນາຮອບດ້ານຂອງພື້ນຖານເສດຖະກິດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດສິດທິມະນຸດ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫວຽດນາມ ພວມຢູ່ໃນໄລຍະທາງບັນລຸໄດ້ເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບປານກາງສູງໃນປີ 2030, ນຳປະເທດກ້າວເຂົ້າສູ່ສັງກາດໃໝ່, ໃນນັ້ນ ປະຊາຊົນ, ປະເທດຊາດ ແລະ ພັກ ພ້ອມກັນພັດທະນາ.

ເມື່ອຕີລາຄາກ່ຽວກັບຜົນງານດ້ານເສດຖະກິດຂອງ ຫວຽດນາມ, ນັກຮຽນຮູ້ ອັງກິດ ຊີ້ແຈ້ງວ່າ, ນັບແຕ່ເມື່ອປະເທດຊາດເລີ່ມດຳເນີນຂະບວນວິວັດການປ່ຽນແປງໃໝ່ເມື່ອປີ 1986, ມາຮອດປັດຈຸບັນ ພື້ນຖານເສດຖະກິດ ຫວຽດນາມ ມີການເຕີບໂຕທົບ 96 ເທົ່າ. ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ກໍໄດ້ຮັບການປະຕິບັດໃນທົ່ວປະເທດ, ນຳມາເຊິ່ງການປ່ຽນແປງຢູ່ທຸກແຂວງ, ນະຄອນ. ໄປຄຽງຄູ່ກັບການພັດທະນານີ້ ແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ດ້ວຍຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ທ່ານຢັ້ງຢືນວ່າ ຫວຽດນາມ ກ້າວເຂົ້າສູ່ງສັງກາດໃໝ່ ດ້ວຍບັນດາພື້ນຖານເສດຖະກິດ - ສັງຄົມ ກໍຍ້ອນປະຕິບັດຫຼັກການລັດ “ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.